021-252-887
278,494

ຄັ້ງ

ບໍລິການໃຫ້ຄຳປຶກສາ
51,275

ຄັ້ງ 

ຜູ້ມາຮັບບໍລິການກວດສຸຂະພາບ
20

ປີ +

ປະສົບການ

ກ່ຽວກັບສູນ

ຂໍຕ້ອນຮັບເຂົ້າສູ່ ສູນໄວໜຸ່ມ, ສື່ສັງຄົມອອນລາຍຂອງການຮຽນຮູ້

ກ່ຽວກັບສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ວິທີຄຸມກໍາເນີດ (ປ້ອງກັນການຖືພາ), ພະຍາດຕິດຕໍ່ທາງເພດສໍາພັນ, HIV/AIDS, ສິ່ງເສບຕິດ, ສຸຂະພາບຈິດ, ທັກສະຊີວິດພື້ນຖານ, ການມີຊີວິດທີ່ ປອດໄພ ແລະ ສຸຂະພາບທີ່ດີ.

ນອກຈາກນັ້ນກໍ່ຍັງໄດ້ຮຽນຮູ້ຂໍ້ມູນກ່ຽວກັບສິດທິທາງເພດ, ວິທິການຄຸມກໍາເນີດຮູບແບບຕ່າງໆ ແລະ ສາມາດສອບຖາມກ່ຽວກັບເລື່ອງເພດໄດ້.

ໂດຍຜ່ານ ເບີໂທສາຍດ່ວນໂທ: 1361 ແລະ 137 ຫລືສົ່ງຂໍ້ຄວາມເບີ Whatsapp: 020 52174490, Tiktok ແລະ Facebook Page. ເປີດບໍລິການ ວັນຈັນ ຫາ ວັນສຸກ ເວລາ: 09:00 - 17:00 ໂມງແລງ.

1. ວິໃສທັດ

ມຸ່ງໝັ້ນທີ່ຈະເປັນສູນທີ່ດີເລີດໃນການໃຫ້ການບໍລິການ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນສໍາລັບແມ່ຍິງ ແລະ ໄວໝຸ່ມທີ່ມີ ອາຍຸ 10 - 24 ປີ, ໂດຍຜ່ານການສົ່ງເສີມຂໍ້ມູນຂ່າວສານ ແລະ ການບໍລີການແບບເປັນມິດ ແລະ ເໝາະສົມ.

2. ພາລະກິດ

ພວກເຮົາແມ່ນປັບປຸງສຸຂະພາບທາງເພດ ແລະ ສຸຂະພາບ ຈະເລີນພັນຂອງໄວໝຸ່ມຍິງ​ - ຊາຍ ທົ່ວປະເທດ (10 - 24 ປີ) ໂດຍຜ່ານການໃຫ້ຂໍ້ມູນ, ບໍລິການ ແລະ ເຂົ້າເຖິງການບໍລິການທີ່ມີຄຸນນະພາບ, ສາມາດຈ່າຍໄດ້ ແລະ ສະເໝີ ພາບ.

3. ເປົ້າຫມາຍ

1.ຫຼຸດຜ່ອນອັດຕາການຖືພາກ່ອນໄວອັນຄວນໃນໄວໝຸ່ມ
2.ຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່
3.ຫຼຸດຜ່ອນອັດຕາຄວາມຕ້ອງການວາງແຜນຄຸມກໍາເນີດແຕ່ບໍ່ສາມາດເຂົ້າເຖິງໄດ້ໃນໄວໜຸ່ມ
4.ຫຼຸດຜ່ອນອັດຕາການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນ ແລະ HIV/AIDS
5.ຫຼຸດຜ່ອນອັດຕາການໃຊ້ສິ່ງເສບຕິດ ແລະ ບັນຫາສຸຂະພາບຈິດໃນໄວໝຸ່ມ
009530
Total views : 227543
heart-pulse