ເປັນຜູ້ບໍລິຫານຄຸ້ມຄອງ ແລະ ເກັບຮັກສາອຸປະກອນຊັບສົມບັດຂອງສູນໄວໜຸ່ມ, ຂື້ນແຜນຈັດຊື້ອຸປະກອນຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ພ້ອມທັງອໍານວຍຄວາມສະດວກກອງປະຊຸມ ຫຼື ກິດຈະກຳຕ່າງໆ ຂອງສູນສຸຂະພາບ ພັດທະນາແມ່ຍິງ ແລະ ໄວໜຸ່ມ
1. ຂາເຂົ້າ-ຂາອອກ, ຈຸດສົ່ງເອກະສານ, ເກັບມ້ຽນເອກະສານ
2. ອຳນວຍຄວາມສະດວກກອງປະຊຸມ, ຝຶກອົບຮົບ ລວມທັງຈັດກິດຈະກໍາພາຍໃນ ແລະ ນອກສະຖານທີ່
3. ຈັດຊື້-ຈັດຈ້າງເຊັ່ນ: ຊື້ອຸປະກອນເຄື່ອງໃຊ້ຕ່າງໆ ໂດຍອີງໃສ່ລະບຽບໃນການຈັດຊື້ຂອງກະຊວງການເງິນ
4. ຮັບຜິດຊອບບັນຊີສາງ ແລະ ຕິດຕາມຊັບສິນ ລວມທັງອຸປະກອນເຄື່ອງໃຊ້ຫ້ອງການ
5. ກວດແຊັກອຸປະກອນເຄື່ອງໃຊ້ຫ້ອງການ ແລະ ກວດແຊັກນັບຢາ (ກໍລະນີປະຈໍາຊ່ວຍວຽກຢູ່ ຄລີນິກໄວໜຸ່ມ)
6. ຂຶ້ນແຜນກິດຈະກຳ ແລະ ບົດລາຍງານກ່ຽວກັບໜ່ວຍງານບໍລິຫານ
7. ພິທີການ ແລະ ຮັບແຂກ(ກໍລະນີມີແຂກມາຢ້ຽມຢາມ ແລະ ກອງປະຊຸມຕ່າງໆ)
