





ເພື່ອເປັນບ່ອນອີງໃຫ້ແກ່ຜູ້ໃຫ້ບໍລິການດ້ານສຸຂະພາບ ແລະ ພະນັກງານຜູ້ທີ່ເຮັດວຽກກັບໄວໜຸ່ມໃຫ້ມີຄວາມຮູ້ ແລະ ທັກສະການໃຫ້ຄໍາປຶກສາຂັ້ນພື້ນຖານໂດຍສະເພາະແມ່ນວິທີການບໍລິການໃຫ້ຄໍາປຶກສາແບບເປັນມິດ, ປິດລັບ ແລະ ເໝາະສົມສໍາລັບໄວໜຸ່ມ ເຊິ່ງເນື້ອໃນເອກະສານທີ່ພວກເຮົາສ້າງຂື້ນແມ່ນປະກອບມີ 2 ສ່ວນ ພາກໃຫຍ່ຄື : ພາກທີ 1: ກິດຈະກໍາ ກ່ອນການຝຶກອົບຮົມ. ພາກທີ 2: ວິທີການ ແລະ ເນື້ອໃນຂອງບົດສອນ ປະກອບມີ 8 ບົດຮຽນເຊັ່ນ: ການບໍລິການທີ່ເປັນມິດໂດຍສັງເຂບ, ການໃຫ້ຄຳປຶກສາ, ຂະບວນການໃຫ້ຄຳປຶກສາ, ທັກສະການໃຫ້ຄຳປຶກສາ, ຝຶກຊ້ອມຕົວຈິງຂອງການນຳໃຊ້ຂະບວນການ ແລະ ທັກສະການໃຫ້ຄຳປຶກສາ, ພະຍາດຕິດຕໍ່ທາງເພດສຳພັນ ແລະ ການປິ່ນປົວຂັ້ນພື້ນຖານ, ກິດຈະກຳ ລົງກວດສຸຂະພາບນອກສະຖານທີ່ ແລະ ກິດຈະກຳ ໂຄສະນາຂໍ້ມູນຂ່າວສານສຸຂະພາບຈະເລີນພັນນອກສະຖານທີ່.


