021-252-887

ໃຫ້ຄໍາປຶກສາຟຣີ ຜ່ານເບີໂທລະສັບສາຍດ່ວນ ແລະ Whatsapp

ຄວາມເປັນມາ

ການບໍລິການໃຫ້ຄຳປຶກສາຜ່ານທາງໂທລະສັບ (ສາຍດ່ວນ) ຂອງສູນໄວໜຸ່ມໄດ້ຖືກສ້າງຕັ້ງຂຶ້ນໃນປີ 2007 ເຊິ່ງເປັນວິທີການສ້າງການເຊື່ອມຕໍ່ທີ່ກວ້າງຂວາງກັບໄວໜຸ່ມ ແລະ ສົ່ງເສີມການນຳໃຊ້ການບໍລິການຢູ່ສູນໄວໜຸ່ມໃຫ້ຫຼາຍຂຶ້ນ. ບໍລິການໃຫ້ຄໍາປຶກສາກ່ຽວກັບສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ພະຍາດຕິດຕໍ່ທາງເພດສໍາພັນ, ການວາງແຜນຄອບຄົວ ຫຼື ວິທີຄຸມກໍາເນີດ, ບັນຫາສິ່ງເສບຕິດ, ຄວາມຮັກ ແລະ ເພດສໍາພັນ, ສຸຂະພາບຈິດ ແລະ ບັນຫາທົ່ວໄປຂອງໄວໜຸ່ມ.

ການບໍລິການ

ເປີດໃຫ້ການບໍລິການວັນຈັນ-ສຸກ ເລີ່ມແຕ່ເວລາ: 9:00 – 17:00 ໂມງ. ກຸ່ມເປົ້າໝາຍຂອງການບໍລິການໃຫ້ຄຳປຶກສາຜ່ານທາງໂທລະສັບ (ສາຍດ່ວນ) ແມ່ນເຍົາວະຊົນ ແລະ ໄວໜຸ່ມໃນ ສປປ ລາວ, ອາຍຸແຕ່ 10 ຫາ 24 ປີ. ສາຍດ່ວນ ປະກອບ ມີ 2 ເບີ: 1361 ສໍາລັບທ່ານຍິງ ແລະ 137 ສໍາລັບທ່ານຊາຍ. ໂທບໍ່ເສຍຄ່າ (ທຸກເຄືອຄ່າຍທົ່ວປະເທດ).
ພິເສດປະຈຸບັນມີເບີວັອດແອັບແຊັດປຶກສາຜ່ານ 020 52174490

ໜ້າທີ່ ແລະ ຄວາມຮັບຜິດຊອບ
ຂອງຜູ້ໃຫ້ຄໍາປຶກສາ

  • ສະຫຼຸບສັງລວມ ແລະ ເຂົ້າໃຈເຖິງເຫດຜົນວ່າເປັນຫຍັງຄົນຈຶ່ງໂທເຂົ້າມາໃຊ້ບໍລິການ ແລະ ຮູ້ວ່າບັນຫາແມ່ນຫຍັງ
  • ຊ່ວຍໃຫ້ຜູ້ມາຮັບການບໍລິການເຂົ້າໃຈວ່າການແກ້ໄຂບັນຫາແມ່ນຂຶ້ນກັບໂຕເຂົາເຈົ້າເອງ
  • ຊຸກຍູ້ໃຫ້ເຂົາເຈົ້າຍອມຮັບບາງບັນຫາທີ່ອາດຈະເຮັດໃຫ້ເຂົາເຈົ້າຮູ້ສຶກເຈັບປວດ ຫຼື ເສຍໃຈ
  • ຊ່ວຍຜູ້ມາຮັບການບໍລິການໃນການຕັ້ງເປົ້າໝາຍທີ່ເໝາະສົມ ແລະ ເປັນໄປໄດ້
  • ທຸກຢ່າງແມ່ນປິດເປັນຄວາມລັບທັງຜູ້ໃຫ້ຄໍາປຶກສາ ແລະ ຜູ້ຮັບຄໍາປຶກສາ
009517
Total views : 227464