ສິ່ງເສບຕິດ ແລະ ຄວາມຮຸນແຮງ
1) ສິ່ງເສບຕິດ
- ຢາເສບຕິດແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດທີ່ໄດ້ມາຈາກພືດທີ່ໃຫ້ສານເສບຕິດ ຫຼື ຈາກການສັງເຄາະທາງເຄມີເຊິ່ງລວມມີ: ຢາບ້າ, ຢາອີ,ຢາໄອ່, ຢາເຄ, ໂຄເຄນ, ຝິ່ນ, ມັອກຝິ່ນ, ເຮໂລອິນ, ຄັນຊາ, ກະທ່ອມ, ເຫຼົ້າ, ເບຍ, ຂາຄູ, ປຸມເປົ້າອັດແກັ໊ສສານໄນຕັດອ໋ອດ(N2O), ຢາສູບ, ຢາສູບໄຟຟ້າ(ບາລາກູ), ສານລະເຫີຍຊະນິດຕ່າງໆ. ເມື່ອເສບເຂົ້າໄປໃນຮ່າງກາຍໂດຍການກິນ, ດົມ, ສູບ, ສັກ ຫຼື ວິທີການອື່ນໆ. ຈາກນັ້ນຈະເຮັດໃຫ້ເກີດຜົນກະທົບທາງກາຍ ແລະ ຈິດປະສາດ ທີ່ສະແດງອອກຄື: ຈະມີຄວາມຕ້ອງການ ເສບເພີ່ມຂຶ້ນເລື້ອຍໆ, ຄວາມຢາກເມື່ອບໍ່ມີຢາ ແລະ ມີຄວາມຢາກທາງກາຍ ແລະ ຈິດໃຈຢ່າງຮຸນແຮງ. ໂດຍສົ່ງຜົນກະທົບຕໍ່ສຸຂະພາບທົ່ວໄປຈະຊຸດໂຊມລົງ.
- ຢູ່ໃນ ສປປລາວ ດເຮົາໄດ້ຈັດປະເພດຢາເສບຕິດແບ່ງອອກເປັນສອງປະເພດ ດັ່ງນີ້:
1.1) ຢາເສບຕິດເກືອດຫ້າມ ແມ່ນຢາເສບຕິດ ເຊິ່ງມີທັງຊະນິດກະຕຸ້ນ ຫຼື ລະງັບປະສາດ ຢ່າງຮ້າຍແຮງ ເຊັ່ນ: ເຮໂຣອິນ, ຢາບ້າ, ໂຄເຄນ, ຢາອີ ແລະ ອື່ນໆ ຕາມທີ່ໄດ້ກໍານົດໄວ້ ໃນເອກະສານສະເພາະ.
ຢາເສບຕິດເກືອດຫ້າມ ແມ່ນບໍ່ອະນຸຍາດໃຫ້ນາໍໃຊ້ຢ່າງເດັດຂາດ.
1.2) ຢາເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນຳໃຊ້ ແມ່ນຢາເສບຕິດ ເຊິ່ງມີທັງຊະນິດກະຕຸ້ນ ຫຼື ລະງັບປະສາດ ທີ່ໄດ້ກຳນົດໄວ້ໃນເອກະສານສະເພາະ ເຊັ່ນ: ມອກຟືນ, ຢາຝິ່ນ, ໂກເດອີນ, ເມຕາໂດນ, ແຟນແຕກມີນ, ມີດາໂຊລ, ອາໂມບາກບີຕານ, ອາເຊຕິກແອນຮາຍໄດຼ, ອາເຊີຕີນກລໍຣາຍ ແລະ ອື່ນໆ.
ຢາເສບຕິດ ແລະ ສານເຄມີ ດັ່ງກ່າວ ຖືກນຳໃຊ້ເຂົ້າໃນວິທະຍາສາດການແພດ, ອຸດສາຫະກໍາ, ກະສິກາໍ ແລະ ອື່ນໆ ໂດຍມີການຄວບຄຸມຢ່າງເຂັ້ມງວດ.
ຜົນຮ້າຍຂອງຢາເສບຕິດ
ເນື່ອງຈາກພິດໄພ ຫຼື ໂທດຂອງສານເສບຕິດ ທີ່ເກີດແກ່ຜູ້ຫຼົງຜິດໄປເສບສານເຫຼົ່ານີ້ເຂົ້າໄປ ຊິ່ງເປັນໂທດທີ່ເບິ່ງບໍ່ເຫັນໄດ້ຢ່າງຊັດເຈນ ປຽບສະເໝືອນຄາດຕະກອນງຽບທີ່ທຳລາຍຊີວິດຂອງຄົນເຫຼົ່ານັ້ນລົງໄປທຸກມື້. ກໍ່ໃຫ້ເກີດໂທດຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ-ປະເທດຊາດຄື.
ໂທດຕໍ່ກັບຜູ້ເສບ:
- ເຮັດໃຫ້ການປະຕິບັດໜ້າທີ່ຂອງອະໄວຍະວະຕ່າງໆຂອງຮ່າງກາຍເຊື່ອມໂຊມລົງ
- ຄວາມຕ້ານທານໂລກໄດ້ໜ່ອຍກວ່າປົກກະຕິ.
- ຈະເຊື່ອມບຸກຄະລິກກະພາບ ແລະ ມີປະຕິກິລິຍາປ່ຽນແປງໄປຈາກເກົ່າ.
- ອາດຈະປະສົບອຸປະຕິເຫດໄດ້ງ່າຍ.
- ເກີດການອັກເສບ ແລະ ຕິດເຊື້ອພະຍາດ ຈາກການໃຊ້ສານເສບຕິດແບບສັກ.
- ຫິວຢາກະວົນກະວາຍ, ການອາລະວາດ ແລະ ກໍອາຊະຍາກຳ.
ໂທດຕໍ່ກັບຄອບຄົວ
- ຂາດຄວາມຮັບຜິດຊອບຕໍ່ຄອບຄົວ ແລະ ຍາດພີ່ນ້ອງ
- ສູນເສຍຊັບສິນເງີນຄຳ(ໃນການຊື້ຢາເສບຕິດ ແລະ ການຮັກສາປີ່ນຕົວຕົນເອງ).
- ຂາດກຳລັງແຮງຂອງຄອບຄົວ ແລະ ເຮັດວຽກງານບໍ່ໄດ້
- ຂາດຄວາມໄວ້ວາງໃຈໃນຄອບຄົວ.
- ທຳຮ້າຍອະນາຄົດທຳລາຍຊື່ສຽງຂອງຕົນ ແລະ ວົງຕະກູນ.
ຕໍ່ສັງຄົມ ແລະ ປະເທດຊາດ
- ກໍ່ໃຫ້ເກີດອາຊະຍາກຳ ແລະ ອຸປະຕິເຫດຮ້າຍແຮງຕໍ່ຕົນເອງ ແລະ ຜູ້ອື່ນ.
- ຖ້ວງດຶງຄວາມກ້າວໜ້າຂອງຊຸມຊົນ, ສັງຄົມ ໂດຍເປັນພາລະຕໍ່ສ່ວນລວມທີ່ປະຊາຊົນຕ້ອງເສຍພາສີສ່ວນໜຶ່ງມາໃຊ້ໃນການປາບປາມ, ບຳບັດຜູ້ທີ່ຕິດຢາເສບຕິດ
- ສູນເສຍແຮງງານຂອງຊາດໂດຍບໍ່ມີປະໂຫຍດ.
- ກໍ່ໃຫ້ເກີດການປະພຶດທີ່ຜິດກົດໝາຍ, ຜິດສິນລະທຳ.
- ເສຍງົບປະມານຂອງຊາດ ເພື່ອປ້ອງກັນ, ປາບປາມ ແລະ ບໍາບັດຮັກສາຜູ້ຕິດຢາເສບຕິດ,
- ສູນເສຍຊັບພະຍາກອນມະນຸດອັນມີຄ່າ,
- ເກີດຄວາມບໍ່ສະຫງົບໃນບ້ານເມືອງ.
- ປະເທດຊາດຕ້ອງເສຍກຳລັງຂອງຊາດ(ຖ້າເປັນເຍົາວະຊົນ-ໄວໜຸ່ມ)
ສູນປິ່ນປົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບແກ່ຜູ້ຕິດຢາເສບຕິດ
ການປິ່ນປົວ ຜູ້ຕິດຢາເສບຕິດສາມາດປະຕິບັດໄດ້ຫຼາຍທາງເປັນຕົ້້ນແມ່ນ: ໄດ້ຮັບການສົ່ງເສີມໃນຄອບຄົວ, ຊຸມຊົນ, ໂຮງໝໍ, ສູນປິ່ນຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ລວມທັງການປິ່ນປົວຢູ່ໃນຄ້າຍຄຸມຂັງ-ດັດສ້າງ.
ການຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ ດຳເນີນຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເພື່ອໃຫ້ສາມາດກັບຄືນເຂົ້າສູ່ສັງຄົມໄດ້ຢ່າງເປັນປົກກະຕິ, ການຝຶກວິຊາຊີບ ຕ້ອງໄປຄຽງຄູ່ກັບການຊອກຕະຫຼາດ ເພື່ອຂາຍຜະລິດຕະພັນ ແນໃສ່ເຮັດໃຫ້ຜູ້ອອກຢາເສບຕິດມີລາຍໄດ້ ເພື່ອເປັນພື້ນຖານໃຫ້ແກ່ການສ້າງຊີວິດໃໝ່. ສູນດັ່ງກ່າວຍັງມີໜ້າທີ່ຕິດຕໍ່ພົວພັນ, ຊອກວຽກເຮັດງານທຳ ໃຫ້ຜູ້ອອກຢາເສບຕິດ ໃນສັງຄົມ ຕາມເງື່ອນໄຂຕົວຈິງ.
2) ຄວາມຮຸນແຮງທາງເພດ
ຄວາມຮຸນແຮງທາງເພດເກີດຂຶ້ນເມື່ອຜູ້ໃດຜູ້ໜຶ່ງໃຊ້ອຳນາດ, ຄວບຄຸມຜູ້ອື່ນ ແລະ ບັງຄັບໃຫ້ເຂົາເຈົ້າມີກິດຈະກໍາທາງເພດທີ່ເຂົາເຈົ້າບໍ່ຕ້ອງການ ແລະ ບໍ່ໄດ້ຍິນຍອມ. ມັນບໍ່ມີພຽງແຕ່ການຮ່ວມເພດ, ແຕ່ຍັງມີການຂົ່ມເຫັງທາງເພດ, ທຸກການກະທໍາທີ່ອີກຝ່າຍບໍ່ຕ້ອງການ ແລະ ການສໍາຜັດທີ່ບໍ່ຕ້ອງການ. ຄວາມຮຸນແຮງທາງເພດສາມາດເກີດຂຶ້ນໄດ້ທຸກບ່ອນ, ລວມທັງໃນເຮືອນ, ຢູ່ບ່ອນເຮັດວຽກ ຫຼື ຢູ່ໂຮງຮຽນ. ມັນຍັງສາມາດເກີດຂຶ້ນໄດ້ໃນໂລກອອນໄລນ໌, ມັນສາມາດໄດ້ຮັບການວາງແຜນ ຫຼື ໂອກາດ ຄວາມຮຸນແຮງທາງເພດສ່ວນໃຫຍ່ແມ່ນມຸ່ງໄປຫາແມ່ຍິງ ແລະ ເດັກຍິງ ແຕ່ຄວາມຮຸນແຮງທາງເພດຍັງສາມາດເກີດຂຶ້ນໄດ້ກັບກຸ່ມ LGBTQI.
ປົກກະຕິແລ້ວຜູ້ລ່ວງລະເມີດຂອງຄວາມຮຸນແຮງທາງເພດແມ່ນຮູ້ຈັກກັບຜູ້ຖືກເຄາະຮ້າຍ. ຜູ້ກະທຳຜິດອາດເປັນຄູ່ຄອງປັດຈຸບັນ ຫຼື ອະດີດ, ໝູ່ສະໜິດ ຫຼື ສະມາຊິກໃນຄອບຄົວ, ເພື່ອນຮ່ວມງານ, ຄູສອນ ຫຼື ເພື່ອນບ້ານ. ບາງຄັ້ງມັນອາດຈະເປັນຄົນແປກຫນ້າ. ຄວາມຮຸນແຮງທາງເພດມີຢູ່ໃນຕົວບຸກຄົນ, ສາຍພົວພັນ, ຊຸມຊົນ ແລະ ສັງຄົມ.
ປັດໃຈສ່ຽງກໍ່ໃຫ້ເກີດການໃຊ້ຄວາມຮຸນແຮງທາງເພດລວມມີ:
- ລະດັບການສຶກສາ
- ການຂົ່ມເຫັງ ຫຼື ປະຕິບັດກັບເດັກໃນທາງທີ່ຜິດ
- ພົບເຫັນການໃຊ້ຄວາມຮຸນແຮງໃນຄອບຄົວ
- ບຸກຄະລິກກະພາບຕໍ່ຕ້ານສັງຄົມ
- ການດື່ມເຫຼົ້າ
- ພຶດຕິກຳຜູ້ຊາຍທີ່ເປັນອັນຕະລາຍ
- ມາດຕະຖານຂອງຊຸມຊົນທີ່ໃຫ້ສະຖານະບົດບາດ ຜູ້ຊາຍ ສູງກວ່າແມ່ຍິງ
- ການເຂົ້າເຖິງການຈ້າງງານທີ່ມີ ຄ່າແຮງງານຕໍ່າຂອງແມ່ຍິງ
- ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ໃນລະດັບຕໍ່າ
ຖ້າເຈົ້າຖືກລ່ວງລະເມີດທາງເພດ - ຄວນປະຕິບັດດັ່ງນີ້
- ໃຫ້ອອກຈາກສະຖານທີ່ເກີດເຫດໃຫ້ໄວທີ່ສຸດ ແລະ ໄປຢູ່ບ່ອນທີ່ປອດໄພ.
- ບອກຄົນທີ່ທ່ານໄວ້ໃຈໃນສິ່ງທີ່ເກີດຂຶ້ນກັບທ່ານ.
- ໄປແຈ້ງການຖືກກະທຳ ກັບນາຍບ້ານ ຫຼື ຕຳຫຼວດ.
- ຖ້າເຈົ້າຖືກຂົ່ມຂືນ, ບໍ່ຄວນອາບນໍ້າ ຫຼື ປ່ຽນເຄື່ອງນຸ່ງຈົນກວ່າຈະໄດ້ຄໍາແນະນໍາຈາກເຈົ້າໜ້າທີ່ຕໍາຫລວດ ຫຼື ແພດໝໍ. ເພື່ອຮັກສາຫຼັກຖານແມ່ນສໍາຄັນທີ່ສຸດ.
- ໄປພົບແພດໄວເທົ່າທີ່ຈະໄວໄດ້ ເພື່ອກວດເຊັກພາຍໃນ ແລະ ພາຍນອກ.
- ຕິດຕໍ່ສູນບໍລິການໃຫ້ຄໍາປຶກສາ ເພື່ອຂໍການຊ່ວຍເຫຼືອ.
- ສິ່ງທີ່ສໍາຄັນ ຢ່າໂທດຕົນເອງກັບເຫດການທີ່ເກີດຂຶ້ນ.
ຖ້າເຈົ້າຖືກລ່ວງລະເມີດທາງເພດ - ຄວນປະຕິບັດດັ່ງນີ້
ບໍລິການໃຫ້ຄຳປຶກສາສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (021-265-624)
ສູນສູນກາງແມ່ຍິງລາວໃຫ້ຄຳປຶກສາດ້ານກົດໝາຍໂທຫາ 1362
ສູນໄວໜຸ່ມ ຂອງສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ໂທ 1361 (ຍິງ 1361 ແລະ ຊາຍ 137)