ການຖືພາ
1) ມີລູກໄດ້ແນວໃດ?
ຫຼັງຈາກໄວໜຸ່ມສາວ, ຮວຍໄຂ່ຂອງແມ່ຍິງຈະຜະລິດ ແລະ ປ່ອຍໄຂ່ອອກມາປະມານໜຶ່ງຄັ້ງຕໍ່ເດືອນ. ຖ້າລາວມີເພດສໍາພັນກັບຜູ້ຊາຍໃນເວລາທີ່ເໝາະສົມ, ຕົວອະສຸຈິຂອງຜູ້ຊາຍສາມາດ ປະຕິສົນທິກັບໄຂ່ຢູ່ໃນທໍ່ສົ່ງໄຂ່ຂອງແມ່ຍິງ. ໄຂ່ທີ່ປະຕິສົນທິແລ້ວຈະເຄື່ອນລົງໄປຝັງຕົວ ແລະ ເລີ່ມຈະເລີນເຕີບໂຕຢູ່ມົດລູກ.
ແມ່ຍິງບໍ່ສາມາດຖືພາໄດ້ໃນເວລາທີ່ບໍ່ມີໄຂ່ຢູ່ໃນທໍ່ສົ່ງໄຂ່, ແຕ່ຕົວອະສຸຈິສາມາດມີຊີວິດຢູ່ໄດ້ເຖິງ 72 ຊົ່ວໂມງ, ດັ່ງນັ້ນແມ່ຍິງຕ້ອງລະມັດລະວັງໃນເວລາຕົກໄຂ່ (ເມື່ອໄຂ່ອອກຈາກຮວຍໄຂ່). ການຖືພາແມ່ນເປັນໄປໄດ້ຕັ້ງແຕ່ການເລີ່ມເປັນປະຈໍາເດືອນຄັ້ງທຳອິດຂອງເດັກຍິງ.
2) ເຈົ້າຮູ້ໄດ້ແນວໃດວ່າເຈົ້າຖືພາ?
ເມື່ອແມ່ຍິງຖືພາ, ຮ່າງກາຍຂອງລາວຈະຜະລິດ ແລະ ຂັບລັ່ງຮໍໂມນອອກມາ ເພື່ອປ້ອງກັນການເປັນປະຈໍາເດືອນ ແລະ ຮັບປະກັນການພັດທະນາຂອງຕົວອອ່ນ. ແມ່ຍິງຫຼາຍຄົນຈະສັງເກດເຫັນການປ່ຽນແປງໃນຮ່າງກາຍຂອງເຂົາເຈົ້າເຊັ່ນ:
- ປະຈໍາເດືອນບໍ່ມາສອງອາທິດ ຫຼື ຫຼາຍກວ່ານັ້ນ
- ເຕົ້ານົມເບັງ ແລະ ເຈັບ
- ວິນຫົວ ແລະ ປວດຮາກ(ແພ້ທ້ອງ).
- ຮູ້ສຶກເມື່ອຍ ແລະ ອ່ອນເພຍ
- ອຸນຫະພູມຮ່າງກາຍເພີ່ມຂຶ້ນ
- ຍ່ຽວດຸຂຶ້ນ
ຖ້າທ່ານສັງເກດເຫັນອາການເຫຼົ່ານີ້, ທ່ານຄວນມີການກວດການຖືພາ ເພື່ອຢືນຢັນວ່າທ່ານກໍາລັງຖືພາ ຫຼື ບໍ່.
3) ການຖືພາເກີດຂຶ້ນໄດ້ແນວໃດ?
ການຖືພາສາມາດເກີດຂຶ້ນກັບແມ່ຍິງທີ່ຢູ່ໃນລະຫວ່າງໄວມີປະຈຳເດືອນ (ເລີ່ມຈາກເວລາທີ່ລາວເລີ່ມມີປະຈຳເດືອນ) ໃນຊີວິດຂອງແມ່ຍິງ ຮວຍໄຂ່ຂອງລາວຈະປ່ອຍໄຂ່ອອກມາໃນທຸກໆເດືອນ. ເຊິ່ງເກີດຂຶ້ນລະຫວ່າງ 7 ແລະ 21 ວັນກ່ອນລາວມີຮອບປະຈຳເດືອນຄັ້ງຕໍ່ໄປ. ໄຂ່ນ້ອຍນີ້ຈະເດີນທາງຜ່ານທໍ່ສົ່ງໄຂ່ທີ່ເຊື່ອມຕໍ່ຈາກຮວຍໄຂ່ແຕ່ລະອັນ. ຖ້າໃນເວລາທີ່ໄຂ່ເດີນທາງໃກ້ຈະຮອດມົດລູກ ຫຼື ຢູ່ໃນມົດລູກ, ແລ້ວແມ່ຍິງມີເພດສຳພັນກັບຜູ້ຊາຍ, ໜຶ່ງໃນຫຼາຍຕົວອະສຸຈິທີ່ໄດ້ຖືກຫຼັ່ງອອກມາເຂົ້າສູ່ທາງຊ່ອງຄອດເຂົ້າມາຫາມົດລູກຈະ ຖືກລວມຕົວເຂົ້າກັບໄຂ່ເພື່ອໃຫ້ໄດ້ໄຂ່ທີ່ຖືກປະຕິສົນທິແລ້ວ, ເຊິ່ງອາດຖືກຝັງເຂົ້າໃນເຍື່ອເມືອກຂອງມົດລູກ ແລະ ເວລາຜ່ານໄປໄຂ່ດັ່ງກ່າວຈະເຕີບໃຫຍ່ແລະພັດທະນາເປັນແອນ້ອຍ. ການຖືພາໂດຍທົ່ວໄປແລ້ວຈະໃຊ້ເວລາ 9 ເດືອນ.
4) ຈະກວດການຖືພາໄດ້ແນວໃດ?
ການຖືພາແມ່ນສາມາດກວດໄດ້ໂດຍການໃຊ້ນ້ຳຍ່ຽວ ຫຼື ເລືອດຂອງແມ່ຍິງ/ເດັກຍິງຜູ້ທີ່ຕ້ອງການຢັ້ງຢືນວ່າຕົນເອງຖືພາ ຫຼື ບໍ່. ການກວດດັ່ງກ່າວແມ່ນວັດແທກຈຳນວນສານເຄມີ (ຮໍໂມນ) ຢູ່ໃນເລືອດຫຼືຍ່ຽວ. ຮໍໂມນນີ້ແມ່ນຖືກສ້າງຂຶ້ນໂດຍພົກແຮ່, ເຊິ່ງຈະມີລະດັບສູງຂຶ້ນໃນລະຫວ່າງການຖືພາ. ເຄື່ອງມືການກວດຍ່ຽວທີ່ໜ້າເຊື່ອຖື ແລະ ງ່າຍຕໍ່ການນຳໃຊ້ແມ່ນສາມາດຫາຊື້ໄດ້ຈາກຮ້ານຂາຍຢາຢູ່ຫຼາຍໆບ່ອນ. ການນຳໃຊ້ເຄື່ອງມືນີ້, ສາມາດກວດໄດ້ຢູ່ເຮືອນໂດຍບຸກຄົນທີ່ບໍ່ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມທາງການແພດ ຫຼື ພະຍາບານ. ການກວດການຖືພາສາມາດອອກມາເປັນລົບຈົນຮອດໄລຍະເວລາ 2 ອາທິດຫຼັງຈາກປະຈຳເດືອນຂາດ. ຈາກນັ້ນຜົນຈະເປັນບວກຕັ້ງແຕ່ 6 ຫາ 12 ອາທິດຫຼັງຈາກຂາດປະຈຳເດືອນຄັ້ງກ່ອນ. ຫຼັງຈາກນັ້ນຜົນຈະອອກມາເປັນລົບອີກຄັ້ງ. ສິ່ງສຳຄັນທີ່ຕ້ອງເນັ້ນໃສ່ແມ່ນວ່າຖ້າການກວດສອບບໍ່ໄດ້ຖືກປະຕິບັດຢ່າງຖືກຕ້ອງ, ຜົນສະແດງອາດຈະມີຄວາມຜິດພາດ.
5) ຖ້າຂ້ອຍຖືພາ, ຂ້ອຍຄວນຈະເຮັດແນວໃດ?
ຖ້າເຈົ້າຄິດວ່າເຈົ້າຖືພາເຈົ້າຄວນຊອກຫາຄຳແນະນຳຈາກພະນັກງານແພດ ຖ້າເຈົ້າຕ້ອງການສືບຕໍ່ຖືພາ ຕ້ອງເອົາໃຈໃສ່ເບິ່ງແຍງສຸຂະພາບຂອງເຈົ້າ ແລະ ສຸຂະພາບຂອງແອນ້ອຍທີ່ກຳລັງພັດທະນາ, ເຊິ່ງລວມມີໂພຊະນາການທີ່ດີ, ການພັກຜ່ອນທີ່ພຽງພໍ ແລະ ລະມັດລະວັງບໍ່ໃຫ້ດື່ມເຫຼົ້າ ຫຼື ຢູ່ໃກ້ກັບຄວັນຢາສູບ. ຖ້າເຈົ້າບໍ່ແນ່ໃຈວ່າເຈົ້າຢາກສືບຕໍ່ຖືພາບໍ່, ເຈົ້າຈະຕ້ອງໄດ້ສົນທະນາກັບຜູ້ໃຫ້ບໍລິການສຸຂະພາບວ່າມີທາງເລືອກໃດແດ່ສຳລັບເຈົ້າ ຫຼື ໂທຫາສູນໄວໜຸ່ມນະຄອນຫຼວງວຽງຈັນ ຖ້າເຈົ້າຮູ້ວ່າເຈົ້າຖືພາເຈົ້າຕ້ອງຢຸດນຳໃຊ້ຢາຄຸມກຳເນີດ.
6) ການລຸລູກແມ່ນຫຍັງ?
ຜົນກະທົບຈາກາກນລຸລູກແບບບໍ່ປອດໄພປະກອບດ້ວຍ 3 ດ້ານຄື:
- ຜົນກະທົບຕໍ່ຮ່າງກາຍ: ອາການົນທີ່ເກີດຂື້ນໃນທັນທີ ສ່ວນໃຫຍ່ແມ່ນປາກມົດລູກ ຫຼື ຊ່ອງຄອດຈີກຂາດ, ຊືມເຊື້ອ, ເລືອດໄຫຼ, ມົດລູກຊອດ, ເປັນບາດທະຍັກ, ຊືມເຊື້ອຜົ້ງທ້ອງນ້ອຍ ຫຼື ອັກເສບເປັນໜອງ ແລະ ການກ້າມຂອງເລືອດຢູ່ຜົ້ງມົດລູກ. ອາການສົນທີ່ເກີດຂື້ນໄລຍະຍາວສ່ວນຫຼາຍມັກເກີດຫຼັງຈາກ 1 ເດືອນຂື້ນໄປ, ຫຼັງຈາກທີ່ມີການລຸລູກແບບບໍ່ປອດໄພ ເຮັດໃຫ້ບໍ່ສາມາດມີລູກໄດ້, ລຸລູກແບບທໍາມະຊາດໃນການຖືພາຄັ້ງຕໍ່ມາ ແລະ ການຖືພານອກພົກ ຫຼື ເກີດລູກກ່ອນກໍານົດ.
- ຜົນກະທົບດ້ານຈິດໃຈ: ເອກະສານອ້າງອີງກ່ຽວກັບຜົນກະທົບທາງດ້ານຈິດໃຈ ແມ່ນມີໜ້ອຍກວ່າ ຜົນກະທົບທາງດ້ານຮ່າງກາຍ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າມັນບໍ່ສໍາຄັນ, ບັນຫາຜົນກະທົບຕໍ່ຈິດໃຈແມ່ນມີການລາຍງານວ່າ: ແມ່ຍິງທີ່ມີປະສົບການລຸລູກແບບບໍ່ປອດໄພມີຄວາມຮູ້ສຶກສູນເສຍ ແລະ ໂສກເສົ້າ, ບາງຄົນສະແດງອອກດ້ວຍການໂທດຕົນເອງທີ່ຜິດພາດໄປມີເພດສໍາພັນ ແລະ ຜິດສິນລະທໍາທີ່ເລືອກການລຸລູກ ແລະ ຮູ້ສຶກເປັນມົນທິນທາງຈິດໃຈ.
- ຜົນກະທົບຕໍ່ສັງຄົມ ແລະ ເສດຖະກິດ: ການລຸລູກແບບບໍ່ປອດໄພແມ່ນມີຕໍ່ໄວໜຸ່ມ, ຄອບຄົວຂອງລາວໂດຍກົງ, ສັງຄົມ ແລະ ປະເທດຊາດ. ໄວໜຸ່ມຜູ້ທີ່ລອດຈາກການລຸລູກບໍ່ປອດໄພ ອາດຈະປະເຊີນກັບບັນຫາສັງຄົມຫຼາຍດ້ານ ຖ້າສັງຄົມຮູ້ ຫຼື ໂຮງຮຽນຮູ້ ໄວໜຸ່ມອາດຈະຕ້ອງໄດ້ອອກໂຮງຮຽນ ແລະ ເຂົ້າເຈົ້າອາດຈະປະເຊີນກັບທັດສະນະທີ່ບໍ່ດີຈາກຄົນໃນສັງຄົມ ຫຼື ຄອບຄົວຂອງຕົນເອງ. ການລຸລູກແບບບໍ່ປອດໄພນໍາໄປສູ່ການໃຊ້ຈ່າຍຂອງໄວໜຸ່ມເອງ ຫຼື ຄອບຄົວ, ໄວໜຸ່ມເສຍໂອກາດທາງດ້ານການສຶກສາ ແລະ ປະເທດກໍ່ສູນເສຍຊັບພະຍາກອນບຸກຄົນເພື່ອພັດທະນາປະເທດຊາດ, ສະຫຼຸບແລ້ວການລຸລູກບໍ່ປອດໄພນໍາໄປສູ່ການສູນເສຍຕໍ່ໄວໜຸ່ມ, ຕໍ່ຄອບຄົວ, ຕໍ່ຊຸມຊົນ ແລະ ຕໍ່ປະເທດຊາດ.
ວິທີປ້ອງກັນການຖືພາ
ວິທີຄຸມກໍາເນີດ: ເປັນວິທີປ້ອງກັນການຖືພາສໍາລັບຄົນທີ່ຢູ່ໃນຊ່ວງຍັງບໍ່ພ້ອມທີ່ຈະມີລູກ, ເປັນອີກວິທີໜື່ງທີ່ປ້ອງກັນອະຈຸຈິ ແລະ ໄຂ່ບໍ່ໃຫ້ປະຕິສົນທິກັນ. ໃນປັດຈຸບັນມີວິທີການຄຸມກໍາເນີດແມ່ນມີຫຼາກຫຼາຍວິທີດ້ວຍກັນ ເຊິ່ງແຕ່ລະວິທີກໍ່ບໍ່ໄດ້ເໝາະກັບທຸກຄົນ.
ວິທີຄຸມກໍາເນີດແມ່ນມີ 2 ຮູບແບບຄື: ແບບຊົ່ວຄາວ ແລະ ແບບຖາວອນ
1. ແບບຊົ່ວຄາວ
2. ແບບຖາວອນ: ການເຮັດໝັ່ນຍິງ ແລະ ໝັ່ນຊາຍ
1) ວິທີການກິນຢາເມັດຄຸມກໍາເນີດ ແບບປະສົມ/ແບບດ່ຽວ
- ເປັນວິທີການວາງແຜນຄອບຄົວແບບຊົ່ວຄາວ ແມ່ຍິງສາມາດມີລູກໄດ້ອີກເມື່ອຢຸດໃຊ້ຢາເມັດຄຸມກໍາເນີດ
- ຄວນກິນໃນຊ່ວງຂອງການເປັນປະຈໍາເດືອນ
- ຄວນກິນມື້ລະ 1 ເມັດ (ຕົວຢ່າງ: ກິນ 8 ໂມງແລງເວລາເກົ່າໃນທຸກໆມື້) ກິນຕາມລູກສອນໃນຢາ
- ເມື່ອກິນຢາໝົດແຜງແລ້ວ ຄວນກິນຢາແຜງຕໍ່ໄປ ໂດຍບໍ່ຕ້ອງລໍຖ້າປະຈໍາເດືອນມາ
- ຜົນດີຂອງການກິນຢາເມັດຄຸມກໍາເນີດ: ສາມາດປ້ອງກັນການມີລູກໄດ້ແບບຊົ່ວຄາວ ແລະ ສາມາດຖືພາໄດ້ອີກເມື່ອຢຸດກິນ, ປະສິດທິພາບສາມາດປ້ອງກັນການຖືພາໄດ້ເຖິງ 98% (ໄດ້ຜົນດີເມື່ອນໍາໃຊ້ຢ່າງຖືກວິທີ) ແລະ ຢາຄຸມແບບດ່ຽວແມ່ທີ່ກໍາລັງລ້ຽງລູກດ້ວຍນໍ້ານົມກໍ່ສາມາດກິນໄດ້.
- ອາການຂ້າງຄຽງ: ວິນຫົວ, ປວກຮາກ ແລະ ປະຈໍາເດືອນອາດມາກະປິດກະປ່ອຍ ຫຼື ມາຫຼາຍ
2) ວິທີການກິນຢາຄຸມສຸກເສີນ
- ເປັນວິທີການຄຸມກໍາເນີດ ກໍລະນີສຸກເສີນເຊັ່ນ: ຖືກຂົ່ມຂືນ, ຖົງອະນາໄມແຕກຂາດ ແລະ ມີເພດສໍາພັນໂດຍບໍ່ຕັ້ງໃຈ
- ຢາຄຸມສຸກເສີນມີ 2 ແບບຄື: ແບບ1 ເມັດ ແລະ 2 ເມັດ ເຊິ່ງລາຍລະອຽດຄື: ແບບ 1 ເມັດ (ແບບ Ella) ກິນຫຼັງຈາກທີ່ມີເພດສໍາພັນບໍ່ກາຍ 120 ຊົ່ວໂມງ ຫຼື 5 ມື້. ສ່ວນແບບ 2 ເມັດ (ແບບ Plan B) ກິນຫຼັງຈາກທີ່ມີເພດສໍາພັນບໍ່ກາຍ 72 ຊົ່ວໂມງ ຫຼື 3 ມື້
- ເຊິ່ງວິທີກິນແບບ 2 ເມັດມີຄື: ວິທີທີ່ໜື່ງ ສາມາດກິນ 2 ເມັດພ້ອມກັນບາດດຽວເລີຍ ແລະ ວິທີທີ່ສອງ ກິນໄປກ່ອນໜື່ງເມັດ ຫຼັງຈາກນັ້ນ 12 ຊົ່ວໂມງກິນອີກ 1 ເມັດ
- ອາການຂ້າງຄຽງ: ວິນຫົວ, ປວກຮາກ ແລະ ມີເລືອດອອກກະປິດກະປ່ອຍ (ຄວນຢຸດກິນ) ແລ້ວປຶກສາແພດດ່ວນ, ບໍ່ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນໄດ້ ແລະ ບໍ່ຄວນກິນຢາຄຸມສຸກເສີນປະຈໍາ.
3) ວິທີໃສ່ ຮ່ວງອະນາໄມ
- ເປັນວິທີການຄຸມກໍາເນີດແບບໄລຍະຍາວ ເອົາອອກກໍ່ສາມາດຖືພາໄດ້ຄືເກົ່າ
- ຮ່ວງອະນາໄມຈະຖືກເອົາໄປວາງໄວ້ໃນມົດລູກຂອງແມ່ຍິງ ໂດຍທ່ານໝໍຜູ້ທີ່ຜ່ານການຝຶກອົບຮົມ
- ຄວນໃສ່ຫຼັງເກີດລູກ ແລະ ໄວໜຸ່ມກໍ່ສາມາດໃຊ້ໄດ້ຄືກັນ
- ຜົນດີຂອງການໃສ່ຮ່ວງອະນາໄມ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 99%, ສາມາດກຸ້ມໄດ້ເຖິງ 5-10 ປີ (ຂຶ້ນກັບແຕ່ລະແບບ ແລະ ສາມາດເອົາອອກໄດ້ເມື່ອຕ້ອງການ) ແລະ ຮ່ວງອະນາໄມທອງແດງສາມາດປ້ອງກັນການຖືພາແບບສຸກເສີນໄດ້ ແຕ່ຕ້ອງໃສ່ຫຼັງຈາກມີເພດສໍາພັນບໍ່ກາຍ 72 ຊົ່ວໂມງ;
ອາການຂ້າງຄຽງ: ປວດແອວ, ມີປະຈໍາເດືອນຫຼາຍກວ່າປົກກະຕິ ຫຼື ໜ້ອຍລົງ, ມີລົງຂາວເລັກນ້ອຍປະມານ 2-3 ເດືອນ ອາການແຕ່ລະຄົນຈະແຕກຕ່າງກັນ.
4) ຢາສັກຄຸມກໍາເນີດ
- ເປັນວິທີການຄຸມກໍາເນີດແບບຊົ່ວຄາວ ສາມາດຖືພາໄດ້ເມື່ອຢຸດສັກ
- ຄວນສັກຢາຄຸມໃນຊ່ວງຂອງການເປັນປະຈໍາເດືອນ.
- ຜົນດີຂອງການສັກຢາຄຸມກໍາເນີດ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 99%, ສາມາດກຸ້ມໄດ້ເຖິງ 3 ເດືອນ ແລະ ແມ່ຍິງທີ່ກໍາລັງໃຫ້ນົມລູກກໍ່ສາມາດສັກຢາຄຸມກໍາເນີດໄດ້.
- ອາການຂ້າງຄຽງ: ວິຫົວ, ປວດຮາກ, ປະຈໍາເດືອນມາບໍ່ປົກກະຕິ.
5) ຢາຝັງຢາຄຸມກໍາເນີດ
- ເປັນວິທີການຄຸມກໍາເນີດແບບໄລຍະຍາວ ເມື່ອເອົາອອກກໍ່ສາມາດຖືພາໄດ້
- ຄວນໃສ່ໃນຊ່ວງຂອງການເປັນປະຈໍາເດືອນ.
- ຜົນດີຂອງການຝັງຢາຄຸມກໍາເນີດ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 99%, ສາມາດກຸ້ມໄດ້ເຖິງ 3 ປີ.
- ອາການຂ້າງຄຽງ: ວິຫົວ, ປວດຮາກ, ປະຈໍາເດືອນມາບໍ່ປົກກະຕິ ຫຼື ຂາດປະຈໍາເດືອນ.
6) ວິທີການ ໃຊ້ຖົງຢາງອະນາໄມ
- ເປັນວິທີການຄຸມກໍາເນີດແບບຊົ່ວຄາວເປັນວິທີດຽວທີ່ສາມາດປ້ອງກັນການຖືພາ ແລະ ພະຍາດຕິດຕໍ່ທາງເພດສໍາພັນລວມທັງ HIV/AIDS ໄດ້ພ້ອມ.
- ຄວນໃສ່ທຸກໆຄັ້ງກ່ອນມີເພດສໍາພັນ (ໃສ່ຕອນອະໄວຍະວະເພດແຂງຕົວກ່ອນທີ່ຈະມີເພດສໍາພັນ).
- ຜົນດີຂອງການໃຊ້ຖົງຢາງອະນາໄມ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 98%, ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນ, HIV ແລະ ໄວຮັສອັກເສບຕັບບີ ຫຼາຍກວ່າ 90%
7) ວິທີການເຮັດໜັນຍິງ ແລະ ໝັນຊາຍ
ເປັນວິທີການຄຸມກໍາເນີດແບບຖາວອນ ບໍ່ສາມາດຖືພາໄດ້ອີກ (ເໝາະສົມກັບຄອບຄົວທີ່ມີລູກພຽງພໍແລ້ວ)