ໄວຊອນບ່າວສາວ ແມ່ນໄລຍະທີ່ຮ່າງກາຍເລີ່ມມີການປ່ຽນແປງກ້າວເປັນຜູ້ໃຫຍ່. ຈະມີການປ່ຽນແປງຫຼາຍຢ່າງໃນຊ່ວງເປັນໄວຊອນບ່າວສາວ ແລະ ການປ່ຽນແປງເຫຼົ່ານີ້ຈະແຕກຕ່າງກັນສໍາລັບເດັກຊາຍ ແລະ ເດັກຍິງໃນແຕ່ລະຄົນ. ຕາມປົກກະຕິແລ້ວໄວຊອນບ່າວສາວຈະເລີ່ມມີການປ່ຽນແປງແຕ່ອາຍຸ 8 ຫາ 14 ປີ. ແຕ່ຍິງມັກຈະເຂົ້າສູ່ໄວຊອນບ່າວສາວ ໄວກ່ອນເດັກຊາຍ ເນື່ອງຈາກໄວຊອນບ່າວສາວສາມາດເລີ່ມຕົ້ນປ່ຽນແປງຈາກຫຼາຍສາເຫດ ແລະ ບໍ່ໄດ້ເກີດຂຶ້ນພ້ອມໆກັນ ໂດຍການສັງເກດເດັກຊາຍ ແລະ ເດັກຍິງທີ່ມີອາຍຸດຽວກັນສາມາດເບິ່ງເຫັນຄວາມແຕກຕ່າງກັນໄດ້ ແລະ ນີ້ເປັນເລື່ອງປົກກະຕິ.
ທັງເດັກຊາຍ ແລະ ເດັກຍິງຈະຕ້ອງຜ່ານການປ່ຽນແປງທີ່ເກີດຂື້ນກັບຕົວຂອງເຂົາເຈົ້າເຊັ່ນ: ຈະມີຂົນຂີ້ແຮ້ ແລະ ອ້ອມອະໄວຍະວະເພດ (pubic hair) ແລະ ບາງຄົນອາດຈະມີສິວ ຫຼື ໃນຮ່າງກາຍ.
ເດັກຍິງຈະສູງຂຶ້ນ, ສະໂພກຂະຫຍາຍກວ້າງອອກ, ເຕົ້ານົມເລີ່ມມີການຂະຫຍາຍໃຫຍ່ຂຶ້ນ ແລ້ວຈະເລີ່ມເປັນປະຈໍາເດືອນ. ເມື່ອເດັກຍິງຄົນໜຶ່ງເລີ່ມມີປະຈໍາເດືອນແລ້ວ ລາວຕ້ອງໄດ້ຮູ້ໄວ້ວ່າ ຖ້າມີເພດສໍາພັນສາມາດນໍາໄປສູ່ການຖືພາໄດ້.
ເດັກຊາຍຈະເລີ່ມສູງຂຶ້ນ ແລະ ສັງເກດເຫັນວ່າອັນທະ ຂອງເຂົາເຈົ້າຈະໃຫຍ່ຂຶ້ນ. ຫຼັງຈາກນັ້ນ, ອະໄວຍະວະເພດຂອງເຂົາເຈົ້າເລີ່ມໃຫຍ່ຂຶ້ນ. ເມື່ອອະໄວຍະວະເພດໃຫຍ່ຂຶ້ນ ອະໄວຍະວະເພດຈະເລີ່ມມີອາການແຂງຕົວ ເຊິ່ງເປັນເລື່ອງປົກກະຕິ.
ເດັກຊາຍເລີ່ມມີໜວດ ແລະ ສຽງແຕກບ່າວ. ໃນລະຫວ່າງການເປັນໄວຊອນບ່າວ ຮ່າງກາຍຂອງເດັກຊາຍກໍ່ເລີ່ມຜະະລິດອະສຸຈິ ເຊັ່ນກັນ. ບາງຄັ່ງຈະມີການລັງນໍ້າອະສຸຈິອອກມາໃນຂະນະທີ່ນອນຫຼັບ ນີ້ເອີ້ນວ່າ: ຝັນປຽກ ແລະ ເປັນເລື່ອງປົກກະຕິຂອງໄວຊອນບ່າວສາວ. ເມື່ອເດັກຊາຍຄົນໜຶ່ງມີປະສົບການເລື່ອງການຂັບລັງ ຫຼື ຝັນປຽກມາແລ້ວ, ລາວຈໍາເປັນຕ້ອງຮູ້ວ່າການມີເພດສໍາພັນສາມາດເຮັດໃຫ້ແມ່ຍິງຖືພາ.
ສໍາລັບເດັກຍິງສ່ວນຫຼາຍ, ໄວຊອນສາວ ຈະເລີ່ມຕົ້ນເມື່ອອາຍຸໄດ້ປະມານ 9 ປີ ແລະ ປົກກະຕິແລ້ວຈະສິ້ນສຸດລົງເມື່ອອາຍຸຢູ່ລະຫວ່າງ 14 ຫາ 16 ປີ. ສໍາລັບເດັກຊາຍສ່ວນຫຼາຍແລ້ວຈະເລີ່ມຕົ້ນ ໄວຊອນສາວ ເມື່ອເຂົາມີອາຍຸໄດ້ປະມານ 10 ປີ ແລະ ຈະສີ້ນສຸດລົງເມື່ອອາຍຸຢູ່ລະຫວ່າງ 15 ຫາ 16 ປີ.
ການເຂົ້າໄວຊອນບ່າວສາວກ່ອນໄວ ສຳຫລັບເດັກຍິງມີສັນຍານເຕືອນວ່າກ້າວເຂົ້າສູ່ໄວຊອນສາວກ່ອນອາຍຸ 8 ປີ ແລະ ເດັກຊາຍກ່ອນອາຍຸ 9 ປີ. ອາການຕ່າງໆເຫຼົ່ານີ້ຈະເກີດຂຶ້ນໃນບາງຄອບຄົວ ແລະ ເປັນເລື່ອງປົກກະຕິ, ແຕ່ບາງຄັ້ງອາດຈະເປັນອາການຂອງບາງພະຍາດ ຫຼື ຄວາມຜິດປົກກະຕິຂອງຮ່າງກາຍ.
ການເຂົ້າໄວຊອນບ່າວສາວຊ້າກວ່າປົກກະຕິໃນເດັກຍິງ ເຕົ້ານົມຍັງບໍ່ທັນມີການຂະຫຍາຍຕົວເມື່ອອາຍຸໄດ້ 14 ປີ ຫຼື ເຕົ້ານົມມີການຂະຫຍາຍຕົວ ແຕ່ຍັງບໍ່ທັນເປັນປະຈໍາເດືອນເມື່ອອາຍຸຮອດ 16 ປີ. ການເຂົ້າໄວຊອນບ່າວຊ້າໃນເດັກຊາຍ ຖ້າບໍ່ມີການຈະເລີນເຕີບໂຕຂອງແກ່ນອັນທະ ຫຼື ອະໄວຍະວະເພດຊາຍຍັງບໍ່ໃຫຍ່ຂຶ້ນເມື່ອອາຍຸຮອດ 14 ປີ ແລະ ບໍ່ມີຂົນຢູ່ອ້ອມບໍລິເວນອະໄວຍະວະເພດຂອງລາວເມື່ອອາຍຸຮອດ15ປີ.
ເດັກຊາຍທີ່ກຳລັງຈະເຂົ້າສູ່ໄວຊອນບ່າວສາວອາດຈະຝັນປຽກ ຫຼືມີການຂັບລັ່ງໃນເວລາການຄືນ. ການຝັນປຽກແມ່ນການລັ່ງນໍ້າອາສຸຈິອອກມາໃນຂະນະທີ່ເດັກຊາຍນອນຝັນ. ບາງຄັ້ງຈະເຮັດໃຫ້ລາວສະເດີດຕື່ນຂື້ນມາ ແຕ່ບາງຄັ້ງລາວກໍ່ນອນຫຼັບໄປໂດຍບໍ່ຮູ້ເມື່ອຄີງ. ຜູ້ຊາຍບາງຄົນອາດຈະຮູ້ສຶກອັບອາຍ ຫຼື ຮູ້ສຶກຜິດທີ່ມີການຝັນປຽກ ແຕ່ມັນກໍ່ເປັນເລື່ອງປົກກະຕິຂອງການຈະເລີນເຕີບໂຕ ແລະ ບໍ່ສາມາດຢຸດມັນບໍ່ໃຫ້ເກີດຂຶ້ນໄດ້ເຊິ່ງ ການຝັນປຽກ ໃນຜູ້ຊາຍບາງຄົນສາມາດສືບຕໍ່ຈົນຮອດໄວທີ່ເປັນຜູ້ໃຫຍ່ ແລະ ກໍ່ຈະຄ່ອຍຫຼຸດລົງເມື່ອອາຍຸສູງຂື້ນ.
ຮອບວຽນປະຈໍາເດືອນຊ່ວຍກຽມຮ່າງກາຍໃຫ້ກຽມພ້ອມສໍາລັບການຖືພາ. ຖ້າໄຂ່ເພດຍິງບໍ່ໄດ້ຮັບການປະຕິສົນທິ ກັບ ອະສຸຈິຂອງຜູ້ຊາຍ, ເນື້ອເຫຍື່ອໃນຝາຜະໜັງມົດລູກຈະໂຄະຕົວລົງ ແລະ ຫຼຸດອອກຈາກຮ່າງກາຍ ຜ່ານຊ່ອງຄອດນີ້ເອີ້ນວ່າ ປະຈໍາເດືອນ ຫຼື ຮອບວຽນ.
ວົງຈອນຂອງຮອບວຽນປະຈໍາເດືອນແມ່ນຈະຖືກນັບຕັ້ງແຕ່ການເປັນປະຈໍາເດືອນມື້ທໍາອິດຂອງເດືອນນີ້ ຫາ ມື້ທໍາອິດຂອງເດືອນຕໍ່ໄປ. ຮອບວຽນປະຈໍາເດືອນປົກກະຕິສະເລ່ຍແມ່ນ 28 ວັນ, ແຕ່ຮອບວຽນປົກກະຕິແມ່ນມື້ໃດກໍ່ໄດ້ລະຫວ່າງ 25 ຫາ 33 ວັນ. ຮອບວຽນທີ່ບໍ່ປົກກະຕິແມ່ນໜ່ອຍວ່າ 21 ວັນ ຫຼື ຫຼາຍກວ່າ 35 ວັນ.
ປະຈໍາເດືອນມາບໍ່ເປັນປົກກະຕິເປັນເລື່ອງທໍາມະດາ ໃນສອງປີທໍາອິດຂອງການ ເລີ່ມເປັນປະຈໍາເດືອນ ເນື່ອງຈາກຮ່າງກາຍຂອງເດັກຍິງ ຍັງປັບຕົວໃຫ້ເຂົ້າກັບການປ່ຽນແປງທີ່ເກີດຂຶ້ນກັບໄລຍະເປັນໄວຊອນບ່າວສາວ. ປົກກະຕິແລ້ວປະຈໍາເດືອນຈະມາກົງກັບມື້. ແຕ່ການປ່ຽນແປງຮູບແບບການດໍາລົງຊີວິດບາງຢ່າງເຊັ່ນ: ຄວາມຕຶງຄຽດ, ການອອກກໍາລັງກາຍໜັກເກີນໄປ, ການຫຼຸດນໍ້າໜັກ ຫຼື ນໍ້າໜັກເພີ່ມຂຶ້ນຫຼາຍ ເຮັດໃຫ້ປະຈໍາເດືອນບໍ່ມາ. ບາງສາຍເຫດໃນກໍລະນີທີ່ມີ ການປົວປົວພະຍາດບາງຢ່າງຈາກທາງການແພດອາດເຮັດໃຫ້ປະຈໍາເດືອນມາບໍ່ປົກກະຕິ ຫຼື ຢຸດເຊົາຢ່າງຖາວອນ.
ປົກກະຕິແລ້ວການເປັນປະຈໍາເດືອນແມ່ນຈະຢູ່ລະຫວ່າ 2 ຫາ 7 ມື້. ໃນໄລຍະນີ້ເລືອດອາດຈະອອກມາໜ່ອຍ ຫຼື ຫຼາຍກວ່າປົກກະຕິ. ສ່ວນຫຼາຍແລ້ວອາການເຫຼົ່ານີ້ຈະເປັນເລື່ອງປົກກະຕິ.
ບາງຄົນອາດຈະມີເລືອດປະຈໍາເດືອນອອກມາຫຼາຍ ຈົນຕ້ອງໄດ້ປ່ຽນຜ້າອະນາໄມຫຼາຍກວ່າໜຶ່ງຄັ້ງ ໂດຍບໍ່ເຖິງ 2ຊົ່ວໂມງ. ໄວໜຸ່ມຍິງບາງຄົນອາດຈະເປັນປະຈໍາເດືອນແກ່ຍາວຫຼາຍກວ່າ 7 ມື້. ທັງສອງເຫດການເຫຼົ່ານີ້ສາມາດນໍາໄປສູ່ການເປັນພະຍາດເລືອດຈາງ ເຊິ່ງເຮັດໃຫ້ເຂົາເຈົ້າຮູ້ສຶກອ່ອນເພຍ ແລະ ເມື່ອຍຢູ່ຕະຫຼອດເວລາ. ການກວດສຸຂະພາບກັບທ່ານໝໍສະເພາະດ້ານ ມັນເປັນສິ່ງທີ່ດີຫຼາຍ ເພື່ອຈະຊອກຫາສາເຫດ, ຮັກສາໃຫ້ຖືກວິທີ ແລະ ທັນການ.
ກ່ອນການເປັນປະຈໍາເດືອນ ໄວໜຸ່ມຍິງອາດຈະມີອາການປ່ຽນແປງທາງຮ່າງກາຍ ແລະ ສະແດງອອກມາທາງດ້ານອາລົມ. ອາການສະແດງອອກທາງຮ່າງກາຍມີ ນົມເບັງ ແລະ ຮູ້ສຶກເຈັບ, ທ້ອງອືດ, ເຈັບຫົວ, ເຈັບທ້ອງ, ຮູ້ສຶກເມື່ອຍ, ຕີນບວມ ແລະ ປວດຕາມຂໍ້. ການປ່ຽນແປງທາງອາລົມຈະປະກອບມີ ຮູ້ສຶກໂສກເສົ້າ, ນ້ອຍໃຈ, ກາງວົນ, ອາລົມປ່ຽນແປງ ແລະ ຮ້ອງໄຫ້ໄດ້ງ່າຍ. ສິ່ງເຫຼົ່ານີ້ແມ່ນອາການປົກກະຕິ ເນື່ອງຈາກມີການປ່ຽນແປງທາງດ້ານຮ່າງກາຍ ແລະ ຮໍໂມນ.
ເປັນເລື່ອງປົກກະຕິສໍາລັບເດັກຍິງ ແລະ ແມ່ຍິງຫຼາຍຄົນທີ່ຈະທົນທຸກກັບຄວາມເຈັບປວດ ແລະ ຄວາມບໍ່ສະບາຍໃນໄລຍະການເປັນປະຈໍາເດືອນ. ການເຈັບທ້ອງເປັນເລື່ອງປົກກະຕິ ມັນເກີດຈາກກ້າມຊີ້ນຂອງມົດລູກຈະມີການບີບ ຫຼື ຮັດໂຕ. ອາການເຈັບທ້ອງຈະໃຊ້ເວລາປະມານ 48 ຫາ 72 ຊົ່ວໂມງ ຫຼື ນານກວ່ານັ້ນ. ການເຕັງດວ້ຍຄວາມຮ້ອນ, ການອອກກໍາລັງກາຍບາງຢ່າງກໍ່ສາມາດຊ່ວຍຫຼຸດຜ່ອນອາການເຈັບໄດ້ເຊັ່ນກັນ. ສໍາລັບບາງຄົນອາດຈະເຈັບປວດຮຸນແຮງ ແລະ ອາດສົ່ງຜົນກະທົບຕໍ່ກິດຈະກໍາປະຈໍາວັນຂອງເຂົາເຈົ້າ. ນອກຈາກນີ້ຍັງມີອາການປວດຮາກ, ເມື່ອຍ, ຮູ້ສຶກອ່ອນເພຍ ແລະ ຮູ້ສຶກບໍ່ສະບາຍອື່ນໆ ແມ່ນອາການທີ່ເກີດຂຶ້ນໃນລະຫວ່າງການມີປະຈໍາເດືອນ.
ຜ້າອະນາໄມ(ແບບແຜ່ນ) ແມ່ນໃຊ້ເພື່ອສຸຂະອະນາໄມທີ່ດີ. ຜ້າອະນາໄມເປັນລັກສະນະສີ່ຫຼ່ຽມ ເປັນວັດສະດຸດທີ່ໃຊ້ຮອງຮັບເລືອດປະຈໍາເດືອນ. ຄວນມີການປ່ຽນຜ້າອະນາໄມເລື່ອຍໆ ອັນໜຶ່ງບໍ່ຄວນໃສ່ນານເກີນ 8ຊົ່ວໂມງ. ໃນມື້ທີ່ເລືອດປະຈໍາເດືອນອອກຫຼາຍ ອາດຈະໄດ້ປ່ຽນທຸກໆ 2 – 4 ຊົ່ວໂມງ.
ຜ້າອະນາໄມ ແມ່ນຜະລິດຈາກວັດສະດຸທີ່ໃຊ້ແລ້ວຖີ້ມ ແລະ ໃສ່ພຽງຄັ້ງດຽວແລ້ວຖີ້ມ. ຄວນຖີ້ມຜ້າອະນາໄມທີ່ໃຊ້ແລ້ວໃສ່ກະຕ່າຂີ້ເຫຍື້ອ ຫຼື ກ່ອງທີ່ມີຝາປິດ, ຈູດ ຫຼື ຝັງ ເພື່ອປ້ອງກັນບໍ່ໃຫ້ສັດມາຄຸ້ຍຂີ້ເຫຍື້ອ ແລະ ບໍ່ໃຫ້ຜູ້ອື່ນມາສຳພັດຜ້າອະນາໄມທີ່ເປື້ອນ. ຜ້າອະນາໄມບາງຢ່າງແມ່ນເຮັດຈາກຜ້າ ຫຼັງຈາກໃຊ້ແລ້ວຄວນຊັກດ້ວຍແຟັບ ຫື ນ້ຳຢາຊັກເຄື່ອງ ແລະ ຕາກໃຫ້ແຫ້ງໃນບ່ອນທີ່ມີແສງແດດ ແລະ ບ່ອນມີລົມລ່ວງ. ຜ້າອາໄມປະເພດນີ້ບໍ່ຄວນຕາກໃນຫ້ອງນໍ້າ ເພາະອາດຈະເຮັດໃຫ້ເກີດເປັນເຊື້ອລາ ຫຼື ເບັກທີເຣຍ.
ການປ່ຽນແປງທາງອາລົມເປັນປົກກະຕິ ຍ້ອນການປ່ຽນແປງຂອງຮໍໂມນໃນຮ່າງກາຍ. ຖ້າຫາກວ່າທ່ານມີຄວາມກັງວົນກ່ຽວກັບການປ່ຽນແປງອາລົມຂອງທ່ານ ໃຫ້ບັນທຶກອາລົມຂອງທ່ານ ໃນແຕ່ລະຮອບປະຈໍາເດືອນ. ການບັນທຶກນີ້ຈະຊ່ວຍໃຫ້ທ່ານເຂົ້າໃຈຄວາມຮູ້ສຶກຂອງທ່ານ ແລະ ຈະເປັນປະໂຫຍດຖ້າທ່ານຕ້ອງການຂໍຄໍາປຶກສາກັບ ຜູ້ໃຫ້ບໍລິການດ້ານສຸຂະພາບ. ຈາກການຄົ້ນຄົ້ວບາງຕໍາລາເຫັນວ່າ ການກິນອາຫານທີ່ມີຄຸນນະພາບ ແລະ ການອອກກໍາລັງກາຍທີ່ສະໝໍ່າສະເໝີ ສາມາດເຮັດໃຫ້ຮອບວຽນປະຈໍາເດືອນມາເປັນປົກກະຕິ ແລະ ຫຼຸດຜ່ອນຄວາມຄຽດຕ່າງໆໄດ້.
ເພດ ແລະ ບົດບາດແມ່ນສອງສິ່ງທີ່ແຕກຕ່າງກັນ, ເຊິ່ງວ່າຫຼາຍໆຄົນມັກຈະສັບສົນກັບສອງປະໂຫຍກນີ້.
ເພດໝາຍເຖິງຄວາມແຕກຕ່າງທາງຮ່າງກາຍ ລະຫວ່າງຄົນທີ່ເກີດເປັນເພດຊາຍ, ຍິງ ຫຼື ສອງເພດ. ໂດຍປົກກະຕິແລ້ວ ເພດຂອງຄົນເຮົານັ້ນຖືກກໍານົດຕັ້ງແຕ່ເວລາເກີດອອກມາ, ໂດຍອີງໃສ່ຄຸນລັກສະນະທາງສະລີລະວິທະຍາຂອງເຂົາເຈົ້າ ລວມທັງ ອະໄວຍະວະສືບພັນ (ອະໄວຍະວະເພດຊາຍ ແລະ ອະໄວຍະວະເພດຍິງ), ຮໍໂມນ ແລະ ໂຄຼໂມໂຊມ.
ບົດບາດຍິງຊາຍແມ່ນການສ້າງຂຶ້ນຈາກສັງຄົມ. ນີ້ໝາຍຄວາມວ່າສັງຄົມໄດ້ກໍານົດພາລະບົດບາດ ແລະ ພຶດຕິກໍາສໍາລັບຜູ້ຊາຍ ແລະ ແມ່ຍິງທີ່ຍອມຮັບໄດ້ (ມາດຕະຖານທາງເພດ). ສິ່ງເຫຼົ່ານີ້ສາມາດປ່ຽນແປງໄດ້ຕະຫຼອດເວລາ.
ການລະບຸຕົວຕົນທາງເພດກ່ຽວຂ້ອງກັບວິທີ ທີ່ບຸກຄົນກໍານົດພາຍໃນ, ໂດຍບໍ່ຄໍານຶງເຖິງເພດໃດ ທີ່ເຂົາເຈົ້າໄດ້ຖືກກໍານົດໃນຕອນເກີດ. ຕົວຢ່າງ: ຜູ້ທີ່ຖືກເອີ້ນວ່າເປັນຜູ້ຊາຍໃນເວລາເກີດ (ຍ້ອນວ່າເຂົາເຈົ້າມີ ອະໄວຍະວະເພດຊາຍ ແລະ ໂຄຼໂມໂຊມ X ແລະ Y) ອາດຈະຮູ້ສຶກວ່າຕົນເອງມີຄວາມຄ້າຍຄືກັບແມ່ຍິງຫຼາຍກວ່າ. LBGTQI ເປັນຄຳຫຍໍ້ທີ່ອະທິບາຍເຖິງແນວຄິດນິໄສທາງເພດ ແລະ ລັກສະນະເພດທີ່ແຕກຕ່າງກັນ. ມັນຫຍໍ້ມາຈາກ lesbian, gay, bisexual, transgender, queer ແລະ intersex. ບາງຄັ້ງມັນຖືກຂຽນວ່າ LGBTQI+ ເພື່ອລວມເອົາທິດທາງ ແລະ ຕົວຕົນອື່ນໆ.
ໄວໜຸ່ມຍິງ ແລະ ຊາຍ ຄວນມີສິດໄດ້ຮັບຮູ້ຂໍ້ມູນຂ່າວສານ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ເໝາະສົມແກ່ເຂົາເຈົ້າ. ເພດຍິງຄວນມີສິດໃນການຕັດສິນໃຈຂອງຕົນເອງກ່ຽວກັບການແຕ່ງງານ, ກິດຈະກໍາທາງເພດ ແລະ ການທີ່ຈະຖືພາຕອນໃດ. ເດັກນ້ອຍ ແລະ ໄວໜຸ່ມຄວນມີສິດເຂົ້າຮ່ວມໃນການຕັດສິນໃຈກ່ຽວກັບສິ່ງທີ່ສົ່ງຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ, ມີອິດສະຫຼະໃນການສະແດງອອກ ແລະ ເຂົ້າເຖິງການສຶກສາ ແລະ ຂໍ້ມູນຂ່າວສານ. ນອກຈາກນີ້ ເຂົາເຈົ້າຍັງມີສິດໄດ້ຮັບການປົກປ້ອງຈາກການຖືກລ່ວງລະເມີດ ແລະ ການຖືກກົດຂີ່ຂູດຮີດແຮງງານ ຫຼື ການສະແຫວງຫາຜົນປະໂຫຍດຈາກເດັກ.
.
