021-252-887

ພະຍາດຕິດຕໍ່ທາງເພດສໍາພັນ

ພະຍາດຕິດຕໍ່ທາງເພດສໍາພັນ

      1) ນິຍາມພະຍາດຕິດຕໍ່ທາງເພດສໍາພັນ(ພຕພ):   ແມ່ນພະຍາດທີ່ຕິດຕໍ່ທີ່ເກີດມາຈາກການຮ່ວມເພດລະຫວ່າງຍິງ-ຊາຍ ແລະ ເພດດຽວກັນ ໂດຍບໍ່ໄດ້ປ້ອງກັນເຊັ່ນ: ທາງຊ່ອງຄອດ, ຮູທະວານ ແລະ ປາກ ກັບຜູ້ທີ່ມີເຊື້ອ ແລະ ນອກຈາກນັ້ນບາງພະຍາດຍັງສາມາດຕິດຕໍ່ຈາກທາງການສໍາພັດ ເຖິງແມ່ນວ່າຈະມີການປ້ອງກັນກໍ່ຕາມ.  ພ.ຕ.ພ ມີຫຼາຍກວ່າ 30 ປະເພດ (ຊະນິດ) ເຊີ່ງອາດແມ່ນເຊື້ອຈຸລີນຊີ, ຈຸລະໂຣກ ແລະ ແມ່ກາຝາກ. ພ.ຕ.ພ ທີ່ພົບເຫັນເລື້ອຍໆຈະມີ: 

  • ພະຍາດໜອງໃນແທ້
  • ພະຍາດໜອງໃນທຽມ
  • ຊ່ອງຄອດອັກເສບຈາກເຊື້ອໂຕວ່າວ
  • ອັກເສບທ້ອງນ້ອຍ
  • ອັກເສບປາກໝົດລູກ
  • ພະຍາດຕຸ່ມນ້ຳໄສ
  • ພະຍາດຫອນໄກ່
  • ພະຍາດຊີຟີລີດ
  • ແຜຮີມອ່ອນ
  • ຜີໝາກມ່ວງ
  • ຫູດເຂົ້າສຸກ

ນອກຈາກນີ້ບາງພະຍາດທີ່ບໍ່ແມ່ນ ພຕພ ແຕ່ສາມາດຕິດຕໍ່ກັນໄດ້ໃນລະຫວ່າງການມີເພດສໍາພັນ

  • ເຊື້ອເຫັດເຊື້ອລາ
  • ຊ່ອງຄອດອັກເສບຈາກເຊື້ອຈຸລິນຊີ
  • ເຫົາຂະໂມມ
  • ຂີ້ຫິດ/ຂີ້ກາກ

     1.1) ພະຍາດໜອງໃນແທ້  ແມ່ນພະຍາດຕິດຕໍ່ທາງເພດສໍາພັນພັນ ທີ່ເກີດຈາກການຕິດເຊື້ອຈຸລິນຊີ: Neisseria gonorrhea. ເຊື້ອດັ່ງກ່າວພາ ໃຫ້ເກີດມີອາການຢູ່ຕາມເຫຍື່ອເມືອກຕ່າງໆ: ປາກ, ຮູຄໍ, ທໍ່ຍ່ຽວ, ປາກມົດລູກ, ມົດລູກ, ທໍ່ສົ່ງໄຂ່, ເຫຍື່ອເມືອກຕາ ແລະ ຮູທະວານ. ອາການສໍາລັບເພດຊາຍ ມີໜອງຂຸ່ນສີຂຽວ, ເຫຼືອງອອກຈາກອົງຄະຊາດ, ຍ່ຽວເຈັບ, ຍ່ຽວແສບ, ເຈັບລູກອັນທະ ຫຼື ໄຄ່ບວມ, ເຈັບຮູທະວານ, ມີນໍ້າໜອງອອກ ຫຼື ມີອາການຄັນ ແລະ 50% ບໍ່ມີອາການສະແດງອອກ. ອາການສໍາລັບເພດຍິງ ມີອາການລົງຂາວໃນຊ່ອງຄອດ ເພີ່ມຂຶ້ນ, ເຈັບແສບເວລາຍ່ຽວ, ເຈັບທ້ອງນ້ອຍ, ເລືອດອອກຫຼັງມີເພດສໍາພັນ ແລະ ໃນໄລຍະກາງຮອບປະຈໍາເດືອນ, ເຈັບເວລາທີ່ມີເພດສໍາພັນ ແລະ 50% ບໍ່ມີອາການສະແດງອອກ.

     1.2) ພະຍາດໜອງໃນທຽມ  ແມ່ນພະຍາດຕິດຕໍ່ທາງເພດສໍາພັນ ທີ່ເກີດຈາກການຕິດເຊື້ອຈຸລິນຊີ Chlamydia Trachomatis ໂດຍສ່ວນໃຫຍ່ຜູ້ທີ່ຕິດເຊື້ອຈະບໍ່ມີອາການສະແດງອອກ. 50% ບໍ່ມີອາການສະແດງອອກ ທັງຜູ້ຊາຍ ແລະ ແມ່ຍິງ. ອາການ ສໍາລັບເພດຊາຍ ເຈັບປວດທໍ່ຍ່ຽວ. ຍ່ຽວຂັດ, ຍ່ຽວແສບ, ຍ່ຽວຍາກ ແລະ ຍ່ຽວດຸ. ມີໜອງສີຂາວໃສ ອອກຈາກປາຍອະໄວຍະວະເພດ. ບາງຄົນອາດຈະເຮັດໃຫ້ຖົງແກ່ນຫໍາໃຄ່ບວມ ແລະ ເຈັບ ສໍາລັບເພດຍິງ ຫຼັງຈາກຕິດເຊື້ອໄດ້ 14 ມື້ຈະມີອາການລົງຂາວຜິດປົກກະຕິ, ມີກິ່ນເໜັນ, ມີອາການຍ່ຽວຂັດ, ຍ່ຽວເຈັບ, ເຈັບເວລາມີເພດສໍາພັນ. ອາດເຮັດໃຫ້ມີເລືອດອອກໄດ້ງ່າຍ ແລະ ມັກເຈັບຜົ້ງທ້ອງນ້ອຍ.

     1.3) ພະຍາດຊີຟີລິດ  ແມ່ນພະຍາດຕິດຕໍ່ທາງເພດສຳພັນຊະນິດໜື່ງ. ເຊິ່ງເກີດຈາກເຊື້ອຈຸລິຊີຊື່ວ່າ: ເຕຼໂປນມາປາລິດໍາ (Treponema Pallidum), ສາມາດປິ່ນປົວໃຫ້ຫາຍຂາດໄດ້, ກໍລະນີປະໄວ້ໂດຍບໍ່ໄດ້ຮັບການປິ່ນປົວເປັນໄລຍະຍາວ, ອາການຕ່າງໆອາດຈະສະແດງອອກ ຕາມຮ່າງກາຍເຊິ່ງມັນສາມາດເກີດຮຸນແຮງກວ່າພະຍາດຕິດຕໍ່ທາງເພດສຳພັນອື່ນໆ ແລະ ສາມາດແຜ່ລາມໄປເຖິງຄູ່ສົມລົດ ແລະ ເດັກທີ່ຍັງບໍ່ທັນເກີດໄດ້. ພະຍາດຊີຟີລິດຈະມີ 4 ໄລຍະຄື:

  • ໄລຍະຂັ້ນຕົ້ນ: ມີຕຸ່ມແດງນ້ອຍ ແລ້ວແຕກເປັນບາດແຜຕາມອະໄວຍະວະເພດຊາຍ ຫຼື ໜ່ວຍອັນທະ, ຮູທະວານ, ຮິມສົບ, ຜົ້ງປາກ ໃນເພດຍິງມັກພົບຢູ່ໃນຊ່ອງຄອດ, ຮີມອະໄວຍະວະເພດ, ນົມ ຫຼື ພົບເຫັນຕາມຮ່າງກາຍໃນຈຸດ ທີ່ຮັບເຊື້ອທຳອິດ. ລັກສະນະເປັນແຜດຽວ, ແຜເປີດຂອບນູນ ແລະ ຂອບແຂງ ແຕ່ບໍ່ເຈັບ, ບາດແຜສະອາດ ຕ່ອມນໍ້າເຫຼືອງຈະ ໃຫຍ່ຂື້ນ ແຕ່ເວລາລູບຄໍາ ບໍ່ເຈັບ, ພາຍໃນ 1-5 ອາທິດ ບາດແຜຈະຫາຍໄປເຖິງແມ່ນວ່າບໍ່ໄດ້ຮັບການປິ່ນປົວກໍ່ຕາມ, ແຕ່ພະຍາດຈະກ້າວເຂົ້າຫາໄລຍະທີ 2. ການກວດເລືອດຊອກຫາເຊື້ອຊີຟີຊີດ ອາດຈະພົບສອງສ່ວນສາມຂອງຜູ້ທີ່ມີເຊື້ອ. 
  • ໄລຍະຂັ້ນ 2: ເກີດຂຶ້ນໃນລະຫວ່າງ 2 – 3 ອາທິດຫຼັງຈາກບາດແຜ ຂອບແຂງຫາຍໄປ, ເຊື້ອຈະກະຈາຍໄປຕາມກະແສເລືອດ ເຮັດໃຫ້ມີອາການຕ່າງໆເຊັ່ນ: ອາດຈະມີໄຂ້, ເຈັບຫົວ, ປວດຕາມກ້າມຊີ້ນ, ຕາມກະດູກ, ເຈັບທ້ອງ, ປວດຮາກ,  ເບື່ອອາຫານ, ຜົມຫຼົ່ນ. ນອກຈາກນັ້ນຍັງມີຕ່ອມນໍ້າເຫຼືອງໃຫຍ່, ມີຕຸ່ມພື່ນແດງ ຫຼື ສີນໍ້າຕານຕາມຮ່າງກາຍ, ຝາມື, ຝາຕີນ ບໍ່ຄັນ, ບາງຄົນຈະເປັນຕຸ່ມນູນຂື້ນຄ້າຍຄືຫູດ ເກີດຂື້ນຢູ່ບໍລິເວນຕ່າງໆຂອງຮ່າງກາຍເຊັ່ນ: ບໍລິເວນອະໄວຍະວະເພດ, ຮູທະວານ, ອ້ອມຮູທະວານ ແລະ ແອບແອ້ຂາ.
  • ໄລຍະ3: ໄລຍະມິດຫງຽບ ຫຼື ໄລຍະແຝງ ເປັນໄລຍະທີ່ບໍ່ມີອາການຫຍັງເກີດຂຶ້ນ ແຕ່ຄົນເຈັບ ຍັງມີເຊື້ອຢູ່ໃນຮ່າງກ່າຍ ແລະ ສາມາດກວດພົບເຫັນໄດ້ໂດຍ ການກວດວິເຄາະ.
  • ໄລຍະ4: ໄລຍະຫຼັງ: ເກີດຂຶ້ນໃນໄລຍະ 2 - 30 ປີ, ມັນສາມາດທໍາລາຍອະໄວຍະວະຕ່າງໆຂອງຮ່າງກາຍ ແລະ ກໍ່ໃຫ້ເປັນພະຍາດຕ່າງໄດ້: ພະຍາດຫົວຫົວໃຈ (ອາດຈະເຮັດໃຫ້ຫົວໃຈຮົ່ວ ຫຼື ຫົວໃຈຊຸດໂຊມ). ເສັ້ນເລືອດໃຫຍ່ໂປ່ງຜອງ, ເຫຍື້ອຫຸ່ມສະໝອງອັກເສບ, ຄວາມຈຳເຊື່ອມ, ຕາບອດ, ຫູໜວກ, ກະດູກອ່ອນ ແລະ ກະດູກຖືກທຳລາຍ (ອາດຈະເຮັດໃຫ້ກະດູກຫັກງ່າຍ), ສະໜອງ ແລະ ກະດູກດູ ສັນຫຼັງຖືກທຳລາຍ. 

    ໃນໄລຍະນີຖ້າບໍ່ໄດ້ຮັບການປິ່ນປົວຢ່າງຖືກຕ້ອງສາມາດ ເຮັດໃຫ້ພິການໄດ້ ແລະ ຈະບໍ່ສາມາດກັບຄືນມາເປັນສະພາບປົກກະຕິໄດ້.      

    1.4) ພະຍາດຫອນໄກ່  ແມ່ນພະຍາດຕິດຕໍ່ທາງເພດສໍາພັນຊະນິດໜຶ່ງເຊິ່ງເກີດມາຈາກເຊື້ອ ຈຸລະໂລກ ຫຼື ໄວຣັດ Human Papillomavirus (HPV) ເຊິ່ງມີຫຼາຍກວ່າຮ້ອຍຊະນິດ. ບາງຊະນິດອາດກໍ່ໃຫ້ເກີດເປັນມະເຮັງປາກມົດລູກ ແລະ ມະເຮັງຮູທະວານໄດ້. ຈະເປັນຕຸ່ມ, ຫູດ ແລະ ມີລັກສະນະແບນ, ສີຂອງຕຸ່ມ ຫຼື ຫູດ ຈະເປັນສີບົວ ຫຼື ສີດໍາ ແລະ ມັກຈະເປັນຕິ່ງ ເຊິ່ງເປັນຢູ່ຫຼາຍບ່ອນໃນຮ່າງກາຍເຊັ່ນ: ບໍລິເວນລໍາອະໄວຍະວະເພດ, ຢູ່ຫົວອະໄວຍະວະເພດ, ໃນຊ່ອງຄອດ, ປາກມົດລູກ, ບໍລິລິເວນຂະໂມມ, ອ້ອມແອ້ມອະໄວຍະວະເພດ ແລະ ຮູທະວານ ບາງຄົນອາດຈະມີຢູ່ມີໃນຜົ້ງປາກ ແລະ ຮູຄໍ. ຕິ່ງຂອງ ພະຍາດດັ່ງກ່າວຈະມີຂະໜາດປະມານ 1-5 mm. ອາການສໍາຄັນຂອງຜູ້ທີ່ເປັນພະຍາດນີ້ຄືບໍ່ເຈັບບໍ່ປວດ, ບາງຄັ້ງອາດຈະມີອາການຄັນ ແລະ ໃນເພດຍິງອາດຈະພາໃຫ້ມີອາການລົງຂາວໄດ້, ອາດຈະມີອາການເລືອດອອກ ຫຼັງຈາກທີ່ມີເພດສໍາພັນ. ແຕ່ໃນທ່ານຊາຍ ກໍລະນີເປັນໃນຮູທໍ່ຍ່ຽວອາດຈະເຮັດໃຫ້ມີບັນຫາຍ່ຽວອອກຍາກນໍາ . ສ່ວນຜູ້ທີ່ເປັນໃນຮູທະວານ ອາດຈະມີອາການ ມີເມືອກຂາວອອກມາ ແລະ ເວລາຖ່າຍໜັກອາດຈະມີເລືອດອອກມານໍາໄດ້. ການປິ່ນປົວພະຍາດຫອນໄກ່ມີຫຼາຍວີທີເຊັ່ນ: ການຈີ້ດ້ວຍຄວາມເຢັນ Cryo Therapy, ການໃຊ້ໄຟຟ້າຈີ້ອອກ, ການຂູດເອົາຕຸ່ມອອກ Curettage, ການຜ່າຕັດເອົາຫູດຫອນໄກ່ອອກ Surgicalexcision, ການໃຊ້ລັງສີ Laser Carbon Dioxide Laser Treatment, ການໃຊ້ຢາທາພາຍນອກ. ພະຍາດຫອນໄກ່ ສາມາດປິ່ນປົວໄດ້ (ແຕ່ບໍ່ຫາຍຂາດ ). ໝາຍເຫດ: ການກິນຢາ, ສັກຢາ ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້      

    1.5) ພະຍາດຕຸ່ມນໍ້າໃສ   ແມ່ນພະຍາດຕິດຕໍ່ທາງເພດສໍາພັນຊະນິດໜຶ່ງ ເກີດມາຈາກການຕິດເຊື້ອຈຸລະໂລກ ຫຼື ໄວລັດ HSV (Herpes Simplex Virus) ເຊິ່ງເຊື້ອຈຸລະໂລກດັ່ງກ່າວມີຢູ່ 2 ຊະນິດຄື: HSV1 ແລະ HVS2.  HSV1 ມັກຈະພົບເຫັນຢູ່ໃນຜົ່ງປາກ ແລະ ອ້ອມແອ້ມປາກ (ບໍ່ສາມາດຕິດຕໍ່ທາງເພດສໍາພັນໄດ້) HSV2 ມັກຈະພົບເຫັນຢູ່ບໍລິເວນອະໄວຍະວະເພດຍິງ - ຊາຍ.  ໃນເມື່ອເຊື້ອເຂົ້າສູ່ຮ່າງກາຍຂອງເຮົາແລ້ວ ເຊື້ອຈະມີການແບ່ງຕົວຢູ່ໃນຊັ້ນຂອງຜິວໜັງ ເຮັດໃຫ້ຜິວໜັງເກີດມີອາການບວມເປັນຕຸ່ມນໍ້າໃສ ແລະ ເກີດອາການອັກເສບ. ຫຼັງຈາກນັ້ນເຊື້ອຈະເຄື່ອນຍ້າຍເຂົ້າໄປສູ່ປົມກະດັນປະສາດ ເປັນເວລາດົນນານ ໂດຍບໍ່ມີການແບ່ງຕົວ ຖ້າຫາກປັດໃຈແວດລ້ອມເໝາະສົມ ເຊື້ອກໍ່ຈະເກີດການແບ່ງຕົວ ເຮັດໃຫ້ເກີດອາການເປັນຊໍ້າຄືນ, ຄົນເຈັບທີ່ເປັນຕຸ່ມນໍ້າໃສຢູ່ທີ່ຮີມປາກ ຈະມີອາການເກີດຊໍ້າປະມານ 20 ຫາ 40%, ສໍາລັບຕຸ່ມນໍ້າໃສທີ່ອະໄວຍະວະເພດຈະກັບຄືນມາເປັນອີກ 80%.  ອາການເລີ່ມຕົ້ນຈະມີອາການເຈັບ, ແສບ, ຮ້ອນບໍລິເວນທີ່ໄດ້ຮັບເຊື້ອ ອາການຂອງການຕິດເຊື້ອຢູ່ຜົ້ງປາກ, ບໍລິລິເວນອະໄວຍະວະເພດ ແລະ ຮູທະວານ. ພະຍາດຕຸ່ມນໍ້າໃສຈະມີ 3 ໄລຍະຄື: 1) ໄລຍະການຕິດເຊື້ອຄັ້ງທໍາອິດ ເລີ່ມດ້ວຍອາການເຈັບແສບຮ້ອນ, ຕໍ່ມາມີອາການບວມ ແລະ ອີກ 2 - 3 ມື້ ຈະມີຕຸ່ມເກີດຂຶ້ນເທິງບໍລິເວນພື້ນສີແດງ ສ່ວນຫຼາຍຕຸ່ມຈະແຕກພາຍໃນ 24 ຊົ່ວໂມງ ແລະ ຕົກເກັດເປັນບາດແຜ ເຊິ່ງຈະຫາຍດີໃນ 2-3 ອາທິດ. 2) ໄລຍະບໍ່ມີອາການ, 3) ໄລຍະກັບມາເປັນຄືນ ອາການເຈັບຈະຫຼຸດລົງ ແລ້ວຈະເປັນບໍລິເວນໃກ້ໆ ຫຼື ເປັນບ່ອນເກົ່າ, ສ່ວນຫຼາຍອາດຈະກັບມາເປັນຄືນ 5 ເທື່ອຕໍ່ປີ.      

   1.6) ອັກເສບຊ່ອງຄອດ  ແມ່ນເປັນພະຍາດຕິດຕໍ່ທາງເພດສໍາພັນຊະນິດໜຶ່ງທີ່ພົບເຫັນຫຼາຍ, ເຊິ່ງສາເຫດຂອງພະຍາດດັ່ງກ່າວແມ່ນ: ແມ່ກາຝາກ Protozoan ທີ່ຊື່ວ່າ ຕຼີໂກໂມນັດ, ສາມາດພົບເຫັນໄດ້ທັງຜູ້ຍິງ ແລະ ຜູ້ຊາຍ. ພະຍາດແມ່ກາຝາກສາມາດສົ່ງຕໍ່ໃຫ້ຄົນທີ່ບໍ່ທັນຮັບເຊື້ອ ໂດຍຜ່ານທາງເພດສໍາພັນ. ອາການຫຼັງຈາກຕິດເຊື້ອພະຍາດ ຫຼັງຈາກໄດ້ຮັບເຊື້ອປະມານ 5 - 28 ມື້ຈະມີອາການຄື: ຜູ້ຍິງຈະມີອາການຄັນບໍລິເວນຊ່ອງຄອດ ແລະ ບໍລິເວນອະໄວຍະວະເພດ, ມີລົງຂາວລັກສະນະເປັນຝອດ ສີຂອງມັນຈະເປັນສີເຫຼືອງ ຫຼື ຂຽວ, ມີກິ່ນ ແລະ ຍ່ຽວດຸ. ຜູ້ຊາຍອາດຈະອັດເສບທໍ່ຍ່ຽວ, ບາງຄົນມີນໍ້າໃສ ອອກຈາກທໍ່ຍ່ຽວ        

   1.6.1) ອາການພະຍາດ ພຕພ ທີ່ສາມາດສັງເກດພາຍຫຼັງມີເພດສຳພັນ:

  1. ມີໜອງຍ້ອຍ ຫຼື ລົງຂາວຜິດປົກກະຕິ.
  2. ມີອາການຍ່ຽວເຈັບ - ແສບ.
  3. ມີອາການຄັນ ຕາມອະໄວຍະວະເພດ.
  4. ມີຕຸ່ມຂຶ້ນຕາມອະໄວຍະວະເພດ, ປາກ ແລະ ຮູທະວານ (ກໍລະນີມີການຮ່ວມເພດຫຼາຍທາງ).
  5. ມີບາດແຜຕາມອະໄວຍະວະເພດ.

   1.6.2) ນິຍາມຂອງ HIV:        

       ເປັນເຊື້ອຈຸລະໂລກ (ໄວລັດ) ທີ່ເຂົ້າໄປທໍາລາຍພູມຄຸ້ມກັນຂອງຄົນ ແລ້ວເຮັດໃຫ້ມີກຸ່ມອາການຕ່າງເກີດຂື້ນ        

   1.6.3) ນິຍາມຂອງ AIDs:        

       ແມ່ນກຸ່ມອາການຕ່າງໆທີ່ເກີດຂື້ນຫລັງຈາກພູມຄຸ້ມກັນຕໍ່າອັນເນື່ອງຈາກຕິດເຊື້ອ ເຮສໄອວີ.

 
009520
Total views : 227517
heart-pulse