021-252-887

ສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມ (ສູນໄວໜຸ່ມ)

1. ຄວາມເປັນມາຂອງສູນ

     ສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມ ຫຼື ສູນໄວໜຸ່ມ ໄດ້​​ສ້າງ​ຕັ້ງ​ຂື້ນ​ມາ​ໃນ​ວັນ​ທີ 7 ມີນາ 2001 ເຊິ່ງເປັນໜຶ່ງໃນໂຄງການ ຂອງສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ແລະ ເປັນສູນແຫ່ງທໍາອິດທີ່ສົ່ງເສີມຂໍ້ມູນຂ່າວສານສຸຂະພາບທາງເພດ, ສຸຂະພາບຈະເລີນພັນສໍາລັບໄວໜຸ່ມ. ກິດຈະກໍາຕ່າງໆໄດ້ຖືກພັດທະນາຂຶ້ນໂດຍອີງຕາມສະພາບຄວາມຕ້ອງການຂອງໄວໜຸ່ມ ​ໃນ​ສະ​ໄໝນັ້ນ ເພື່ອເປັນບ່ອນໃຫ້ໄວໜຸ່ມສາມາດໄດ້ມາເຮັດກິດຈະກໍາຮ່ວມກັນ ແລະ ບັນດາ​ໄວ​ໜຸ່ມ​ໃນ​ຕົວ​ເມືອງ​ໃຫຍ່​ພວມ​ປະ​ເຊີນ​ໜ້າ​ກັບສິ່ງ​ທ້າ​ທາຍ​ຫຼາຍບັນ​ຫາ​ທີ່​ມັນ​ກ່ຽວ​ຂ້ອງກັບຄວາມຕ້ອງການດ້ານສຸຂະພາບ, ສັງຄົມ ເຊັ່ນ: ບັນຫາ​ສິ່ງ​ເສບ​ຕິດ, ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ, ພະຍາດ​ເອດ, ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ. ​ພ້ອມ​ດຽວ​ກັນ​ນັ້ນກໍ່​ໄດ້​ອີງ​ໃສ່​ຜົນຂອງ​ການ​ສຳ​ຫຼວດໃນໂຄງການຟັງສຽງ​ຂອງ​ໄວ​ໜຸ່ມ,​ ໃນ​ການ​ສຳຫຼວດເຫັນໄດ້ວ່າ: ມີ​ຈຳ​ນວນ​ໄວ​ໜຸ່ມ ​ເກີນ 60% ຂອງ​ປະຊາກອນ​ທັງໝົດ ​ແລະ ​ພວກເຂົາໃນເວລາ​ມີ​ຄວາມ​ບໍ່​ສະບາຍ​ໃຈ, ມີ​ບັນຫາ​ສຸຂະພາບ​ ພວກເຂົາ​ຢາກ​ມີ​ສະຖານ​ທີ່​ເຂົ້າ​ໄປ​ພົບ​ປະ​ສົນທະນາ ​ແລະ ​ຂໍ​ຄຳ​ປຶກສາ ​ເພື່ອ​ແກ້​ໄຂ​ບັນຫາ​ຂອງ​ເຂົາ​ເຈົ້າ. ຍ້ອນ​ເຫດ ​ແລະ ຜົນ ​ເຫຼົ່າ​ນັ້ນ ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ວຽງຈັນ ຈຶ່ງ​ໄດ້​ຂຽນ​ບົດ​ວິພາກ ​ເພື່ອຮຽນສະເໜີເຖິງທ່ານ​ເຈົ້າ​ຄອງ​ນະຄອນຫຼງວຽງ​ຈັນ ​ແລະ ຂຽນ​ແຜນ​ງົບປະມານ​ນຳ​ໂຄງການ​ຕ່າງໆ ​ເພື່ອ​ມາ​ສ້າງ​ສູນດັ່ງກ່າວ​ນີ້​ຂື້ນ​ມາ.
     ນອກຈາກນັ້ນ, ສູນໄວໜຸ່ມແມ່ນມີກິດຈະກໍາ ການໂຄສະນາຂໍ້ມູນຂ່າວສານສຸຂະພາບຈະເລີນພັນນອກສະຖານທີ່ ໃນໂຮງຮຽນ, ໂຮງງານ ແລະ ຊຸມຊົນ. ການຝຶກອົບຮົມພື້ນຖານສຸຂະພາບຈະເລີນພັນ ແລະ ການສ້າງອາສາສະໝັກ ເພື່ອນຊ່ວຍເພື່ອນ ເພື່ອສົ່ງຕໍ່ຂໍ້ມູນຂ່າວສານແກ່ໝູ່ເພື່ອນຂອງພວກເຂົາ, ການໃຫ້ຄໍາປຶກສາທາງໂທລະສັບ, ການໂຄສະນາຜ່ານສື່ອອນລາຍ (Facebook Fanpage: VWYC Fans), ຫ້ອງກວດສຸຂະພາບ ແລະ ການບໍລິການກວດສຸຂະພາບເຄື່ອນທີ່ເນັ້ນໃສ່ແມ່ຍິງ ແລະ ໄວໜຸ່ມທີ່ມີອາຍຸ 10 - 24 ປີ.
ສູນໄວໜຸ່ມ ປະກອບມີ 5 ໜ່ວຍງານຄື:
1. ໜ່ວຍງານບໍລິຫານ
2. ຄລີນິກໄວໜຸ່ມ
3. ກິດຈະກໍານອກສະຖານທີ່
4. ຫ້ອງໃຫ້ຄໍາປຶກສາ
5. ຂໍ້ມູນຂ່າວສານ

2. ວິໃສທັດ, ພາລະກິດ ແລະ ເປົ້າໝາຍ ຂອງສູນສຸຂະພາບ ພັດທະນາແມ່ຍິງ ແລະ ໄວໜຸ່ມ

- ວິໃສທັດ: ມຸງ້ໝັ້ນທີຈະເປັນສູນທີດີເລີດໃນການໃຫ້ການບໍລິການ ສຸຂະພາບທາງເພດ /ຈະເລີນພັນ ສຳລັບແມ່ຍິງ ແລະ ໄວໜຸມ່ ທີມີອາຍຸ10 - 24 ປີ, ໂດຍຜາ່ນການສົ່ງເສີມຂໍ້ມູນຂ່າວສານ ແລະ ການບໍລິການແບບເປັນມິດ ແລະ ເໝາະສົມ.
- ພາລະກິດ: ພວກເຮົາແມ່ນ ປັບ ປຸງສຸຂະພາບທາງເພດ /ຈະເລີນພັນ ຂອງໄວໜຸມ່ ຍິງ - ຊາຍປະເທດ (10 -24 ປີ) ໂດຍຜາ່ນການໃຫ້ຂໍ້ມູນ, ການບໍລິການ ແລະ ການເຂົ້າເຖິງ ທີມີຄຸນະພາບ, ສະເໜີພາບ ແລະ ສາມາດຈ່າຍໄດ້
- ເປົ້້າໝາຍ: ເພີ່ມຈຳນວນຂອງໄວໜຸມ່ ຍິງ - ຊາຍ ອາຍຸລະຫວ່າງ 10-24 ປີທີ່ໄດ້ຮັບຂໍ້ມູນ ແລະ ການບໍລິການ ສຸຂະພາບທາງເພດ /ຈະເລີນພັນທີເປັນ ມິດ ຕໍ່ໄວໜຸມ່ທົ່ວນະຄອນຫວຼງວຽງຈັນ ກໍ່ຄືທົ່ວປະເທດລາວ, ໂດຍການປະສານງານແຜນເຮັດວຽກຂອງສູນໄວໜຸມ່ ເຂົ້າກັບຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ.

 
ໂດຍມີຄູ່ຮ່ວມງານ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນເພື່ອກໍ່ສ້າງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານທັງໝົດຂອງສູນເປັນຕົ້ນແມ່ນ:ໂຮງໝໍມະໂຫສົດ, ພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ກຳມະບານນະຄອນຫລວງວຽງຈັນ, ພະແນກສຶກສາ ແລະ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ແລະ ຊາວໜຸ່ມນະຄອນຫຼວງວຽງຈັນ. ນອກນັ້ນກໍ່ຍັງມີບັນດາຄູ່ຮ່ວມງານຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມງານຈາກຫຼາຍພາກສ່ວນເປັນຕົ້ນແມ່ນ: ອົງການEU. SCA, UNFPA, UNICEF, CARE, THE ASIA FOUNDATION, Oxfam Novib,Rotary Norridge,Child fund…..ທີ່ໃຫ້ການສະໜັບສະໜູນທາງດ້ານວິຊາການກໍ່ຄືງົບປະມານໃນການເຄື່ອນໄຫວກິດຈະກຳຂອງສູນໃນໄລຍະຜ່ານມາ.
009517
Total views : 227480