021-252-887

ສິ່ງເສບຕິດ ແລະ ຄວາມຮຸນແຮງ

ສິ່ງເສບຕິດ ແລະ ຄວາມຮຸນແຮງ

ສິ່ງເສບຕິດ ແລະ ຄວາມຮຸນແຮງ

     1) ສິ່ງເສບຕິດ

  • ຢາເສບຕິດແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດທີ່ໄດ້ມາຈາກພືດທີ່ໃຫ້ສານເສບຕິດ ຫຼື ຈາກການສັງເຄາະທາງເຄມີເຊິ່ງລວມມີ: ຢາບ້າ, ຢາອີ,ຢາໄອ່, ຢາເຄ, ໂຄເຄນ, ຝິ່ນ, ມັອກຝິ່ນ, ເຮໂລອິນ, ຄັນຊາ, ກະທ່ອມ, ເຫຼົ້າ, ເບຍ, ຂາຄູ, ປຸມເປົ້າອັດແກັ໊ສສານໄນຕັດອ໋ອດ(N2O), ຢາສູບ, ຢາສູບໄຟຟ້າ(ບາລາກູ), ສານລະເຫີຍຊະນິດຕ່າງໆ. ເມື່ອເສບເຂົ້າໄປໃນຮ່າງກາຍໂດຍການກິນ, ດົມ, ສູບ, ສັກ ຫຼື ວິທີການອື່ນໆ. ຈາກນັ້ນຈະເຮັດໃຫ້ເກີດຜົນກະທົບທາງກາຍ ແລະ ຈິດປະສາດ ທີ່ສະແດງອອກຄື: ຈະມີຄວາມຕ້ອງການ ເສບເພີ່ມຂຶ້ນເລື້ອຍໆ, ຄວາມຢາກເມື່ອບໍ່ມີຢາ ແລະ ມີຄວາມຢາກທາງກາຍ ແລະ ຈິດໃຈຢ່າງຮຸນແຮງ. ໂດຍສົ່ງຜົນກະທົບຕໍ່ສຸຂະພາບທົ່ວໄປຈະຊຸດໂຊມລົງ.
  • ຢູ່ໃນ ສປປລາວ ດເຮົາໄດ້ຈັດປະເພດຢາເສບຕິດແບ່ງອອກເປັນສອງປະເພດ ດັ່ງນີ້:

         1.1) ຢາເສບຕິດເກືອດຫ້າມ ແມ່ນຢາເສບຕິດ ເຊິ່ງມີທັງຊະນິດກະຕຸ້ນ ຫຼື ລະງັບປະສາດ ຢ່າງຮ້າຍແຮງ ເຊັ່ນ: ເຮໂຣອິນ, ຢາບ້າ, ໂຄເຄນ, ຢາອີ ແລະ ອື່ນໆ ຕາມທີ່ໄດ້ກໍານົດໄວ້ ໃນເອກະສານສະເພາະ.

ຢາເສບຕິດເກືອດຫ້າມ ແມ່ນບໍ່ອະນຸຍາດໃຫ້ນາໍໃຊ້ຢ່າງເດັດຂາດ.

         1.2) ຢາເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນຳໃຊ້ ແມ່ນຢາເສບຕິດ ເຊິ່ງມີທັງຊະນິດກະຕຸ້ນ ຫຼື ລະງັບປະສາດ ທີ່ໄດ້ກຳນົດໄວ້ໃນເອກະສານສະເພາະ ເຊັ່ນ: ມອກຟືນ, ຢາຝິ່ນ, ໂກເດອີນ, ເມຕາໂດນ, ແຟນແຕກມີນ, ມີດາໂຊລ, ອາໂມບາກບີຕານ, ອາເຊຕິກແອນຮາຍໄດຼ, ອາເຊີຕີນກລໍຣາຍ ແລະ ອື່ນໆ.

ຢາເສບຕິດ ແລະ ສານເຄມີ ດັ່ງກ່າວ ຖືກນຳໃຊ້ເຂົ້າໃນວິທະຍາສາດການແພດ, ອຸດສາຫະກໍາ, ກະສິກາໍ ແລະ ອື່ນໆ ໂດຍມີການຄວບຄຸມຢ່າງເຂັ້ມງວດ.

ຜົນຮ້າຍຂອງຢາເສບຕິດ

ເນື່ອງຈາກ​ພິດ​ໄພ ​ຫຼື​ ໂທດ​ຂອງ​ສານ​ເສບ​ຕິດ ​ທີ່​ເກີດ​ແກ່​ຜູ້ຫຼົງຜິດ​ໄປ​ເສບ​ສານ​ເຫຼົ່ານີ້​ເຂົ້າ​​ໄປ ຊິ່ງ​ເປັນ​ໂທດ​ທີ່​ເບິ່ງ​ບໍ່​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ ປຽບສະ​ເໝືອນຄາດ​ຕະກອນ​ງຽບທີ່​ທຳລາຍ​ຊີວິດ​ຂອງ​ຄົນ​ເຫຼົ່ານັ້ນ​ລົງ​ໄປ​ທຸກ​ມື້. ກໍ່ໃຫ້​ເກີດ​ໂທດຕໍ່ຕົນເອງ, ​​ຄອບຄົວ ແລະ ສັງຄົມ​-​ປະ​ເທດ​ຊາດຄື.

ໂທດຕໍ່​ກັບ​ຜູ້​ເສບ:

  • ​ເຮັດ​ໃຫ້ການ​ປະຕິບັດໜ້າທີ່​ຂອງ​ອະ​ໄວ​ຍະ​ວະ​ຕ່າງໆຂອງ​ຮ່າງກາຍ​ເຊື່ອມ​ໂຊມລົງ​
  • ຄວາມ​ຕ້ານທານ​ໂລກ​ໄດ້ໜ່ອຍກວ່າ​ປົກກະຕິ.
  • ຈະ​ເຊື່ອ​ມ​​ບຸກຄະ​ລິກກະພາບ ແລະ ​ ມີ​ປະຕິກິລິຍາ​ປ່ຽນ​ແປງໄປ​ຈາກ​ເກົ່າ.
  • ອາດ​ຈະ​ປະສົບ​ອຸປະຕິ​ເຫດ​ໄດ້​ງ່າຍ.
  • ເກີດການອັກເສບ ແລະ ຕິດເຊື້ອພະຍາດ ຈາກການໃຊ້ສານເສບຕິດແບບສັກ. 
  • ​ຫິວ​ຢາກະວົນກະ​ວາຍ, ການ​ອາ​ລະວາ​ດ​ ​ແລະ ​ກໍອາຊະ​ຍາ​ກຳ.

ໂທດ​ຕໍ່​ກັບ​ຄອບຄົວ

  • ຂາດຄວາມ​ຮັບຜິດຊອບ​ຕໍ່​ຄອບຄົວ ​ແລະ​ ຍາດ​ພີ່ນ້ອງ​
  • ​ສູນ​ເສຍ​ຊັບ​ສິນ​ເງີ​ນຄຳ​(ໃນການຊື້ຢາເສບ​ຕິດ​ ​ແລະ ​ ​ການ​ຮັກສາ​ປີ່​ນຕົວ​ຕົນ​ເອງ).
  • ຂາດ​ກຳລັງ​ແຮງ​ຂອງ​ຄອບຄົວ ​ແລະ ​ເຮັດ​ວຽກງາ​ນບໍ່​ໄດ້
  • ຂາດຄວາມ​ໄວ້​ວາງ​ໃຈໃນຄອບຄົວ.
  • ທຳຮ້າຍ​ອະນາຄົດ​ທຳລາຍ​ຊື່ສຽງຂອງ​ຕົນ ​ແລະ​ ວົງ​ຕະກູນ.

ຕໍ່​ສັງຄົມ​​ ແລະ ​ປະ​ເທດ​ຊາດ

  • ກໍ່​ໃຫ້​ເກີດ​​ອາຊະ​ຍາ​ກຳ ​ແລະ ​ອຸປະຕິ​ເຫດ​ຮ້າຍແຮງຕໍ່​ຕົນ​ເອງ ​ແລະ ​ຜູ້​ອື່ນ.
  • ຖ້ວງດຶງ​ຄວາມ​ກ້າວໜ້າຂອງ​ຊຸມ​ຊົນ, ສັງຄົມ ​ໂດຍ​ເປັນ​ພາລະ​ຕໍ່​ສ່ວນ​ລວມທີ່​ປະຊາຊົນ​ຕ້ອງ​ເສຍ​ພາສີ​ສ່ວນໜຶ່ງມາ​ໃຊ້​ໃນ​ການ​ປາບ​ປາມ, ບຳບັດ​ຜູ້​ທີ່​ຕິດ​ຢາ​ເສບ​ຕິດ
  • ສູນ​ເສຍ​ແຮງ​ງານ​ຂອງ​ຊາດໂດຍ​ບໍ່ມີ​ປະ​ໂຫຍ​ດ.
  • ​ ​ກໍ່​ໃຫ້​ເກີດ​ການ​ປະພຶດ​ທີ່​ຜິດ​ກົດໝາຍ, ຜິດ​ສິນລະ​ທຳ.
  • ເສຍ​ງົບປະມານ​ຂອງ​ຊາດ​ ເພື່ອ​​ປ້ອງ​ກັນ, ປາບ​ປາມ ​ແລະ​ ບໍາບັດ​ຮັກສາ​ຜູ້​ຕິດ​ຢາ​ເສບ​ຕິດ, 
  • ​ ​ສູນ​ເສຍ​ຊັບພະຍາກອນ​ມະນຸດ​ອັນ​ມີຄ່າ,
  • ​ເກີດ​ຄວາມ​ບໍ່​ສະຫງົບ​ໃນ​ບ້ານ​ເມືອງ. 
  • ປະເທດຊາດຕ້ອງເສຍກຳລັງຂອງຊາດ(ຖ້າເປັນເຍົາວະຊົນ-ໄວໜຸ່ມ)

ສູນປິ່ນປົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບແກ່ຜູ້ຕິດຢາເສບຕິດ

      ການປິ່ນປົວ ຜູ້ຕິດຢາເສບຕິດສາມາດປະຕິບັດໄດ້ຫຼາຍທາງເປັນຕົ້້ນແມ່ນ: ໄດ້ຮັບການສົ່ງເສີມໃນຄອບຄົວ, ຊຸມຊົນ, ໂຮງໝໍ, ສູນປິ່ນຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ລວມທັງການປິ່ນປົວຢູ່ໃນຄ້າຍຄຸມຂັງ-ດັດສ້າງ. 

      ການຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ ດຳເນີນຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເພື່ອໃຫ້ສາມາດກັບຄືນເຂົ້າສູ່ສັງຄົມໄດ້ຢ່າງເປັນປົກກະຕິ, ການຝຶກວິຊາຊີບ ຕ້ອງໄປຄຽງຄູ່ກັບການຊອກຕະຫຼາດ ເພື່ອຂາຍຜະລິດຕະພັນ ແນໃສ່ເຮັດໃຫ້ຜູ້ອອກຢາເສບຕິດມີລາຍໄດ້ ເພື່ອເປັນພື້ນຖານໃຫ້ແກ່ການສ້າງຊີວິດໃໝ່. ສູນດັ່ງກ່າວຍັງມີໜ້າທີ່ຕິດຕໍ່ພົວພັນ, ຊອກວຽກເຮັດງານທຳ ໃຫ້ຜູ້ອອກຢາເສບຕິດ ໃນສັງຄົມ ຕາມເງື່ອນໄຂຕົວຈິງ.

   2) ຄວາມຮຸນແຮງທາງເພດ

     ຄວາມ​ຮຸນ​ແຮງ​ທາງ​ເພດ​ເກີດ​ຂຶ້ນ​ເມື່ອ​ຜູ້​ໃດ​ຜູ້​ໜຶ່ງ​ໃຊ້​ອຳນາດ, ຄວບ​ຄຸມ​ຜູ້​ອື່ນ ​ແລະ ບັງຄັບ​ໃຫ້​ເຂົາ​ເຈົ້າ​ມີກິດຈະກໍາທາງ​ເພດ​ທີ່​ເຂົາ​ເຈົ້າ​ບໍ່​ຕ້ອງການ ​ແລະ ບໍ່​ໄດ້​ຍິນ​ຍອມ. ມັນບໍ່ມີພຽງແຕ່ການຮ່ວມເພດ, ແຕ່ຍັງມີການຂົ່ມເຫັງທາງເພດ, ທຸກການກະທໍາທີ່ອີກຝ່າຍບໍ່ຕ້ອງການ ແລະ ການສໍາຜັດທີ່ບໍ່ຕ້ອງການ. ຄວາມ​ຮຸນ​ແຮງ​ທາງ​ເພດ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ທຸກ​ບ່ອນ, ລວມ​ທັງ​ໃນ​ເຮືອນ, ຢູ່​ບ່ອນ​ເຮັດ​ວຽກ ຫຼື ​ຢູ່​ໂຮງ​ຮຽນ. ມັນຍັງສາມາດເກີດຂຶ້ນໄດ້ໃນໂລກອອນໄລນ໌, ມັນສາມາດໄດ້ຮັບການວາງແຜນ ຫຼື ໂອກາດ ຄວາມ​ຮຸນ​ແຮງ​ທາງ​ເພດ​ສ່ວນ​ໃຫຍ່​ແມ່ນ​ມຸ່ງ​ໄປ​ຫາ​ແມ່​ຍິງ ແລະ​ ເດັກ​ຍິງ ແຕ່​ຄວາມ​ຮຸນ​ແຮງ​ທາງ​ເພດ​ຍັງ​ສາ​ມາດ​ເກີດຂຶ້ນໄດ້ກັບກຸ່ມ LGBTQI.

     ປົກກະຕິແລ້ວຜູ້ລ່ວງລະເມີດຂອງຄວາມຮຸນແຮງທາງເພດແມ່ນຮູ້ຈັກກັບຜູ້ຖືກເຄາະຮ້າຍ. ຜູ້ກະທຳຜິດອາດເປັນຄູ່ຄອງປັດຈຸບັນ ຫຼື ອະດີດ, ໝູ່ສະໜິດ ຫຼື ສະມາຊິກໃນຄອບຄົວ, ເພື່ອນຮ່ວມງານ, ຄູສອນ ຫຼື ເພື່ອນບ້ານ. ບາງຄັ້ງມັນອາດຈະເປັນຄົນແປກຫນ້າ. ຄວາມ​ຮຸນ​ແຮງ​ທາງ​ເພດ​ມີ​​ຢູ່​ໃນຕົວ​ບຸກ​ຄົນ, ສາຍ​ພົວ​ພັນ, ຊຸມ​ຊົນ ​ແລະ ​ສັງ​ຄົມ​.

     ປັດໃຈສ່ຽງກໍ່ໃຫ້ເກີດການໃຊ້ຄວາມຮຸນແຮງທາງເພດລວມມີ:

  • ລະດັບການສຶກສາ
  • ການຂົ່ມເຫັງ ຫຼື ປະຕິບັດກັບເດັກໃນທາງທີ່ຜິດ
  • ພົບເຫັນການໃຊ້ຄວາມຮຸນແຮງໃນຄອບຄົວ
  • ບຸກຄະລິກກະພາບຕໍ່ຕ້ານສັງຄົມ
  • ການດື່ມເຫຼົ້າ
  • ພຶດຕິກຳຜູ້ຊາຍທີ່ເປັນອັນຕະລາຍ
  • ມາດຕະຖານຂອງຊຸມຊົນທີ່ໃຫ້ສະຖານະບົດບາດ ຜູ້ຊາຍ ສູງກວ່າແມ່ຍິງ
  • ການເຂົ້າເຖິງການຈ້າງງານທີ່ມີ ຄ່າແຮງງານຕໍ່າຂອງແມ່ຍິງ
  • ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ໃນລະດັບຕໍ່າ

ຖ້າເຈົ້າຖືກລ່ວງລະເມີດທາງເພດ - ຄວນປະຕິບັດດັ່ງນີ້

  • ໃຫ້ອອກຈາກສະຖານທີ່ເກີດເຫດໃຫ້ໄວທີ່ສຸດ ແລະ ໄປຢູ່ບ່ອນທີ່ປອດໄພ.
  • ບອກຄົນທີ່ທ່ານໄວ້ໃຈໃນສິ່ງທີ່ເກີດຂຶ້ນກັບທ່ານ.
  • ໄປແຈ້ງການຖືກກະທຳ ກັບນາຍບ້ານ ຫຼື ຕຳຫຼວດ.
  • ຖ້າເຈົ້າຖືກຂົ່ມຂືນ, ບໍ່ຄວນອາບນໍ້າ ຫຼື ປ່ຽນເຄື່ອງນຸ່ງຈົນກວ່າຈະໄດ້ຄໍາແນະນໍາຈາກເຈົ້າໜ້າທີ່ຕໍາຫລວດ ຫຼື ແພດໝໍ. ເພື່ອຮັກສາຫຼັກຖານແມ່ນສໍາຄັນທີ່ສຸດ.
  • ໄປພົບແພດໄວເທົ່າທີ່ຈະໄວໄດ້ ເພື່ອກວດເຊັກພາຍໃນ ແລະ ພາຍນອກ.
  • ຕິດຕໍ່ສູນບໍລິການໃຫ້ຄໍາປຶກສາ ເພື່ອຂໍການຊ່ວຍເຫຼືອ.
  • ສິ່ງທີ່ສໍາຄັນ ຢ່າໂທດຕົນເອງກັບເຫດການທີ່ເກີດຂຶ້ນ.

ຖ້າເຈົ້າຖືກລ່ວງລະເມີດທາງເພດ - ຄວນປະຕິບັດດັ່ງນີ້

     ບໍລິການໃຫ້ຄຳປຶກສາສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (021-265-624)

     ສູນສູນກາງ​ແມ່​ຍິງ​ລາວ​ໃຫ້​ຄຳ​ປຶກ​ສາ​ດ້ານ​ກົດ​ໝາຍ​ໂທ​ຫາ 1362

     ສູນໄວໜຸ່ມ ຂອງສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ໂທ 1361 (ຍິງ 1361 ແລະ ຊາຍ 137)

009520
Total views : 227519
heart-pulse