021-252-887

ການຖືພາ ແລະ ວິທີປ້ອງກັນການຖືພາ

ການຖືພາ ແລະ ວິທີປ້ອງກັນການຖືພາ

ການຖືພາ

1) ມີລູກໄດ້ແນວໃດ?  

      ຫຼັງ​ຈາກໄວໜຸ່ມສາວ​, ຮວຍ​ໄຂ່​ຂອງ​ແມ່​ຍິງ​ຈະຜະລິດ ແລະ ​ປ່ອຍ​ໄຂ່​ອອກມາປະ​ມານ​ໜຶ່ງ​ຄັ້ງ​ຕໍ່​ເດືອນ​. ຖ້າລາວມີເພດສໍາພັນກັບຜູ້ຊາຍໃນເວລາທີ່ເໝາະສົມ, ຕົວອະສຸຈິຂອງຜູ້ຊາຍສາມາດ ປະຕິສົນທິກັບໄຂ່ຢູ່ໃນທໍ່ສົ່ງໄຂ່ຂອງແມ່ຍິງ. ໄຂ່​ທີ່ປະຕິສົນທິ​ແລ້ວ​ຈະ​ເຄື່ອນລົງໄປຝັງຕົວ ແລະ ​ເລີ່ມ​ຈະເລີນເຕີບ​ໂຕຢູ່ມົດລູກ.

      ແມ່ຍິງບໍ່ສາມາດຖືພາໄດ້ໃນເວລາທີ່ບໍ່ມີໄຂ່ຢູ່ໃນທໍ່ສົ່ງໄຂ່, ແຕ່ຕົວອະສຸຈິສາມາດມີຊີວິດຢູ່ໄດ້ເຖິງ 72 ຊົ່ວໂມງ, ດັ່ງນັ້ນແມ່ຍິງຕ້ອງລະມັດລະວັງໃນເວລາຕົກໄຂ່ (ເມື່ອໄຂ່ອອກຈາກຮວຍໄຂ່). ການຖືພາແມ່ນເປັນໄປໄດ້ຕັ້ງແຕ່ການເລີ່ມເປັນປະຈໍາເດືອນຄັ້ງທຳອິດຂອງເດັກຍິງ.

2) ເຈົ້າຮູ້ໄດ້ແນວໃດວ່າເຈົ້າຖືພາ?

       ເມື່ອແມ່ຍິງຖືພາ, ຮ່າງກາຍຂອງລາວຈະຜະລິດ ແລະ ຂັບລັ່ງຮໍໂມນອອກມາ ເພື່ອປ້ອງກັນການເປັນປະຈໍາເດືອນ ແລະ ຮັບປະກັນການພັດທະນາຂອງຕົວອອ່ນ. ແມ່ຍິງຫຼາຍຄົນຈະສັງເກດເຫັນການປ່ຽນແປງໃນຮ່າງກາຍຂອງເຂົາເຈົ້າເຊັ່ນ:

  • ປະຈໍາເດືອນບໍ່ມາສອງອາທິດ ຫຼື ຫຼາຍກວ່ານັ້ນ 
  • ເຕົ້ານົມເບັງ ແລະ ເຈັບ
  • ວິນຫົວ ແລະ ປວດຮາກ(ແພ້ທ້ອງ).
  • ຮູ້ສຶກເມື່ອຍ ແລະ ອ່ອນເພຍ
  • ອຸນຫະພູມຮ່າງກາຍເພີ່ມຂຶ້ນ
  • ຍ່ຽວດຸຂຶ້ນ

ຖ້າທ່ານສັງເກດເຫັນອາການເຫຼົ່ານີ້, ທ່ານຄວນມີການກວດການຖືພາ ເພື່ອຢືນຢັນວ່າທ່ານກໍາລັງຖືພາ ຫຼື ບໍ່.

3) ການຖືພາເກີດຂຶ້ນໄດ້ແນວໃດ?

       ການຖືພາສາມາດເກີດຂຶ້ນກັບແມ່ຍິງທີ່ຢູ່ໃນລະຫວ່າງໄວມີປະຈຳເດືອນ (ເລີ່ມຈາກເວລາທີ່ລາວເລີ່ມມີປະຈຳເດືອນ) ໃນຊີວິດຂອງແມ່ຍິງ ຮວຍໄຂ່ຂອງລາວຈະປ່ອຍໄຂ່ອອກມາໃນທຸກໆເດືອນ. ເຊິ່ງເກີດຂຶ້ນລະຫວ່າງ 7 ແລະ 21 ວັນກ່ອນລາວມີຮອບປະຈຳເດືອນຄັ້ງຕໍ່ໄປ. ໄຂ່ນ້ອຍນີ້ຈະເດີນທາງຜ່ານທໍ່ສົ່ງໄຂ່ທີ່ເຊື່ອມຕໍ່ຈາກຮວຍໄຂ່ແຕ່ລະອັນ. ຖ້າໃນເວລາທີ່ໄຂ່ເດີນ​ທາງໃກ້ຈະຮອດມົດ​ລູກ ຫຼື ຢູ່ໃນມົດລູກ, ແລ້ວແມ່ຍິງມີເພດສຳພັນກັບຜູ້ຊາຍ, ໜຶ່ງໃນຫຼາຍຕົວອະສຸຈິທີ່ໄດ້ຖືກຫຼັ່ງອອກມາເຂົ້າສູ່ທາງຊ່ອງຄອດເຂົ້າມາຫາມົດລູກຈະ ​ຖືກລວມຕົວເຂົ້າກັບໄຂ່ເພື່ອໃຫ້ໄດ້ໄຂ່ທີ່ຖືກປະຕິສົນທິແລ້ວ, ເຊິ່ງອາດຖືກຝັງເຂົ້າໃນເຍື່ອເມືອກຂອງມົດລູກ ແລະ ເວລາຜ່ານໄປໄຂ່​ດັ່ງ​ກ່າວ​ຈະເຕີບໃຫຍ່ແລະພັດທະນາເປັນແອນ້ອຍ. ການຖືພາໂດຍທົ່ວໄປແລ້ວຈະໃຊ້ເວລາ 9 ເດືອນ.

4) ຈະ​ກວດ​ການ​ຖື​ພາ​ໄດ້​ແນ​ວ​ໃດ?

      ​ການຖືພາ​ແມ່ນ​ສາ​ມາດກວດໄດ້ໂດຍການໃຊ້ນ້ຳຍ່ຽວ ຫຼື ເລືອດຂອງແມ່ຍິງ/ເດັກຍິງຜູ້ທີ່ຕ້ອງການຢັ້ງຢືນວ່າຕົນເອງຖືພາ ຫຼື ບໍ່. ການກວດດັ່ງ​ກ່າວ​ແມ່ນວັດແທກຈຳນວນສານເຄມີ (ຮໍໂມນ) ຢູ່ໃນເລືອດຫຼືຍ່ຽວ. ຮໍໂມນນີ້ແມ່ນຖືກສ້າງຂຶ້ນໂດຍພົກ​ແຮ່, ເຊິ່ງຈະມີລະດັບສູງຂຶ້ນໃນລະຫວ່າງການຖືພາ. ເຄື່ອງມືການກວດຍ່ຽວທີ່ໜ້າເຊື່ອຖື ແລະ ງ່າຍຕໍ່ການນຳໃຊ້ແມ່ນສາມາດຫາຊື້ໄດ້ຈາກຮ້ານຂາຍຢາຢູ່ຫຼາຍໆບ່ອນ. ການນຳໃຊ້ເຄື່ອງມືນີ້, ສາມາດກວດໄດ້ຢູ່ເຮືອນໂດຍບຸກຄົນທີ່ບໍ່ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມທາງການແພດ ຫຼື ພະຍາບານ. ການກວດການຖືພາສາມາດອອກມາເປັນລົບຈົນຮອດໄລຍະເວລາ 2 ອາທິດຫຼັງຈາກປະຈຳເດືອນຂາດ. ຈາກນັ້ນຜົນຈະເປັນບວກຕັ້ງແຕ່ 6 ຫາ 12 ອາທິດຫຼັງຈາກຂາດປະຈຳເດືອນຄັ້ງກ່ອນ.  ຫຼັງຈາກນັ້ນຜົນຈະອອກມາເປັນລົບອີກຄັ້ງ. ສິ່ງສຳຄັນທີ່ຕ້ອງເນັ້ນໃສ່ແມ່ນວ່າຖ້າການກວດສອບບໍ່ໄດ້ຖືກປະຕິບັດຢ່າງຖືກຕ້ອງ, ຜົນສະແດງອາດ​ຈະ​ມີ​ຄວາມຜິດພາດ.

5) ຖ້າຂ້ອຍຖືພາ, ຂ້ອຍຄວນຈະເຮັດແນວໃດ?

       ຖ້າເຈົ້າຄິດວ່າເຈົ້າຖືພາເຈົ້າ​ຄວນຊອກຫາຄຳແນະນຳຈາກພະນັກງານແພດ ຖ້າເຈົ້າຕ້ອງການສືບຕໍ່ຖືພາ ຕ້ອງເອົາໃຈໃສ່ເບິ່ງແຍງສຸຂະພາບຂອງເຈົ້າ ແລະ ສຸຂະພາບຂອງແອນ້ອຍທີ່ກຳລັງພັດທະນາ, ເຊິ່ງລວມມີໂພຊະນາການທີ່ດີ, ການພັກຜ່ອນທີ່ພຽງພໍ ແລະ ລະມັດລະວັງບໍ່ໃຫ້ດື່ມເຫຼົ້າ ຫຼື ຢູ່ໃກ້ກັບຄວັນຢາສູບ. ຖ້າເຈົ້າບໍ່ແນ່ໃຈວ່າເຈົ້າຢາກສືບຕໍ່ຖືພາບໍ່, ເຈົ້າຈະຕ້ອງໄດ້ສົນທະນາກັບຜູ້ໃຫ້ບໍລິການສຸຂະພາບວ່າມີທາງເລືອກໃດແດ່ສຳລັບເຈົ້າ ຫຼື ໂທຫາສູນໄວໜຸ່ມນະຄອນຫຼວງວຽງຈັນ ຖ້າເຈົ້າຮູ້ວ່າເຈົ້າຖືພາເຈົ້າຕ້ອງຢຸດນຳໃຊ້ຢາຄຸມກຳເນີດ.

6) ການ​ລຸ​ລູກ​ແມ່ນ​ຫຍ​ັງ?

           ຜົນກະທົບຈາກາກນລຸລູກແບບບໍ່ປອດໄພປະກອບດ້ວຍ 3 ດ້ານຄື:

  1. ຜົນກະທົບຕໍ່ຮ່າງກາຍ: ອາການົນທີ່ເກີດຂື້ນໃນທັນທີ ສ່ວນໃຫຍ່ແມ່ນປາກມົດລູກ ຫຼື ຊ່ອງຄອດຈີກຂາດ, ຊືມເຊື້ອ, ເລືອດໄຫຼ, ມົດລູກຊອດ, ເປັນບາດທະຍັກ, ຊືມເຊື້ອຜົ້ງທ້ອງນ້ອຍ ຫຼື ອັກເສບເປັນໜອງ ແລະ ການກ້າມຂອງເລືອດຢູ່ຜົ້ງມົດລູກ. ອາການສົນທີ່ເກີດຂື້ນໄລຍະຍາວສ່ວນຫຼາຍມັກເກີດຫຼັງຈາກ 1 ເດືອນຂື້ນໄປ, ຫຼັງຈາກທີ່ມີການລຸລູກແບບບໍ່ປອດໄພ ເຮັດໃຫ້ບໍ່ສາມາດມີລູກໄດ້, ລຸລູກແບບທໍາມະຊາດໃນການຖືພາຄັ້ງຕໍ່ມາ ແລະ ການຖືພານອກພົກ ຫຼື ເກີດລູກກ່ອນກໍານົດ.
  2. ຜົນກະທົບດ້ານຈິດໃຈ: ເອກະສານອ້າງອີງກ່ຽວກັບຜົນກະທົບທາງດ້ານຈິດໃຈ ແມ່ນມີໜ້ອຍກວ່າ ຜົນກະທົບທາງດ້ານຮ່າງກາຍ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າມັນບໍ່ສໍາຄັນ, ບັນຫາຜົນກະທົບຕໍ່ຈິດໃຈແມ່ນມີການລາຍງານວ່າ: ແມ່ຍິງທີ່ມີປະສົບການລຸລູກແບບບໍ່ປອດໄພມີຄວາມຮູ້ສຶກສູນເສຍ ແລະ ໂສກເສົ້າ, ບາງຄົນສະແດງອອກດ້ວຍການໂທດຕົນເອງທີ່ຜິດພາດໄປມີເພດສໍາພັນ ແລະ ຜິດສິນລະທໍາທີ່ເລືອກການລຸລູກ ແລະ ຮູ້ສຶກເປັນມົນທິນທາງຈິດໃຈ.
  3. ຜົນກະທົບຕໍ່ສັງຄົມ ແລະ ເສດຖະກິດ: ການລຸລູກແບບບໍ່ປອດໄພແມ່ນມີຕໍ່ໄວໜຸ່ມ, ຄອບຄົວຂອງລາວໂດຍກົງ, ສັງຄົມ ແລະ ປະເທດຊາດ. ໄວໜຸ່ມຜູ້ທີ່ລອດຈາກການລຸລູກບໍ່ປອດໄພ ອາດຈະປະເຊີນກັບບັນຫາສັງຄົມຫຼາຍດ້ານ ຖ້າສັງຄົມຮູ້ ຫຼື ໂຮງຮຽນຮູ້ ໄວໜຸ່ມອາດຈະຕ້ອງໄດ້ອອກໂຮງຮຽນ ແລະ ເຂົ້າເຈົ້າອາດຈະປະເຊີນກັບທັດສະນະທີ່ບໍ່ດີຈາກຄົນໃນສັງຄົມ ຫຼື ຄອບຄົວຂອງຕົນເອງ. ການລຸລູກແບບບໍ່ປອດໄພນໍາໄປສູ່ການໃຊ້ຈ່າຍຂອງໄວໜຸ່ມເອງ ຫຼື ຄອບຄົວ, ໄວໜຸ່ມເສຍໂອກາດທາງດ້ານການສຶກສາ ແລະ ປະເທດກໍ່ສູນເສຍຊັບພະຍາກອນບຸກຄົນເພື່ອພັດທະນາປະເທດຊາດ, ສະຫຼຸບແລ້ວການລຸລູກບໍ່ປອດໄພນໍາໄປສູ່ການສູນເສຍຕໍ່ໄວໜຸ່ມ, ຕໍ່ຄອບຄົວ, ຕໍ່ຊຸມຊົນ ແລະ ຕໍ່ປະເທດຊາດ.

 

ວິທີປ້ອງກັນການຖືພາ

   ວິທີຄຸມກໍາເນີດ: ເປັນວິທີປ້ອງກັນການຖືພາສໍາລັບຄົນທີ່ຢູ່ໃນຊ່ວງຍັງບໍ່ພ້ອມທີ່ຈະມີລູກ, ເປັນອີກວິທີໜື່ງທີ່ປ້ອງກັນອະຈຸຈິ ແລະ ໄຂ່ບໍ່ໃຫ້ປະຕິສົນທິກັນ. ໃນປັດຈຸບັນມີວິທີການຄຸມກໍາເນີດແມ່ນມີຫຼາກຫຼາຍວິທີດ້ວຍກັນ ເຊິ່ງແຕ່ລະວິທີກໍ່ບໍ່ໄດ້ເໝາະກັບທຸກຄົນ.

   ວິທີຄຸມກໍາເນີດແມ່ນມີ 2 ຮູບແບບຄື: ແບບຊົ່ວຄາວ ແລະ ແບບຖາວອນ

    1. ແບບຊົ່ວຄາວ

  • ຖົງຢາງອະນາໄມ
  • ຢາເມັດຄຸມກໍາເນີດ
  • ຢາຄຸມສຸກເສີນ
  • ສັກຢາຄຸມກໍາເນີດ
  • ຢາຝັງຄຸມກໍາເນີດ
  • ຮ່ວງຄຸມກໍາເນີດ

    2. ແບບຖາວອນ: ການເຮັດໝັ່ນຍິງ ແລະ ໝັ່ນຊາຍ

      1) ວິທີການກິນຢາເມັດຄຸມກໍາເນີດ ແບບປະສົມ/ແບບດ່ຽວ

  • ເປັນວິທີການວາງແຜນຄອບຄົວແບບຊົ່ວຄາວ ແມ່ຍິງສາມາດມີລູກໄດ້ອີກເມື່ອຢຸດໃຊ້ຢາເມັດຄຸມກໍາເນີດ
  • ຄວນກິນໃນຊ່ວງຂອງການເປັນປະຈໍາເດືອນ
  • ຄວນກິນມື້ລະ 1 ເມັດ (ຕົວຢ່າງ: ກິນ 8 ໂມງແລງເວລາເກົ່າໃນທຸກໆມື້) ກິນຕາມລູກສອນໃນຢາ
  • ເມື່ອກິນຢາໝົດແຜງແລ້ວ ຄວນກິນຢາແຜງຕໍ່ໄປ ໂດຍບໍ່ຕ້ອງລໍຖ້າປະຈໍາເດືອນມາ
  • ຜົນດີຂອງການກິນຢາເມັດຄຸມກໍາເນີດ: ສາມາດປ້ອງກັນການມີລູກໄດ້ແບບຊົ່ວຄາວ ແລະ ສາມາດຖືພາໄດ້ອີກເມື່ອຢຸດກິນ, ປະສິດທິພາບສາມາດປ້ອງກັນການຖືພາໄດ້ເຖິງ 98% (ໄດ້ຜົນດີເມື່ອນໍາໃຊ້ຢ່າງຖືກວິທີ) ແລະ ຢາຄຸມແບບດ່ຽວແມ່ທີ່ກໍາລັງລ້ຽງລູກດ້ວຍນໍ້ານົມກໍ່ສາມາດກິນໄດ້.
  • ອາການຂ້າງຄຽງ: ວິນຫົວ, ປວກຮາກ ແລະ ປະຈໍາເດືອນອາດມາກະປິດກະປ່ອຍ ຫຼື ມາຫຼາຍ

      2) ວິທີການກິນຢາຄຸມສຸກເສີນ

  • ເປັນວິທີການຄຸມກໍາເນີດ ກໍລະນີສຸກເສີນເຊັ່ນ: ຖືກຂົ່ມຂືນ, ຖົງອະນາໄມແຕກຂາດ ແລະ ມີເພດສໍາພັນໂດຍບໍ່ຕັ້ງໃຈ
  • ຢາຄຸມສຸກເສີນມີ 2 ແບບຄື: ແບບ1 ເມັດ ແລະ 2 ເມັດ ເຊິ່ງລາຍລະອຽດຄື: ແບບ 1 ເມັດ (ແບບ Ella) ກິນຫຼັງຈາກທີ່ມີເພດສໍາພັນບໍ່ກາຍ 120 ຊົ່ວໂມງ ຫຼື 5 ມື້. ສ່ວນແບບ 2 ເມັດ (ແບບ Plan B) ກິນຫຼັງຈາກທີ່ມີເພດສໍາພັນບໍ່ກາຍ 72 ຊົ່ວໂມງ ຫຼື 3 ມື້
  • ເຊິ່ງວິທີກິນແບບ 2 ເມັດມີຄື: ວິທີທີ່ໜື່ງ ສາມາດກິນ 2 ເມັດພ້ອມກັນບາດດຽວເລີຍ ແລະ ວິທີທີ່ສອງ ກິນໄປກ່ອນໜື່ງເມັດ ຫຼັງຈາກນັ້ນ 12 ຊົ່ວໂມງກິນອີກ 1 ເມັດ
  • ອາການຂ້າງຄຽງ: ວິນຫົວ, ປວກຮາກ ແລະ ມີເລືອດອອກກະປິດກະປ່ອຍ (ຄວນຢຸດກິນ) ແລ້ວປຶກສາແພດດ່ວນ, ບໍ່ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນໄດ້ ແລະ ບໍ່ຄວນກິນຢາຄຸມສຸກເສີນປະຈໍາ.

     3) ວິທີໃສ່ ຮ່ວງອະນາໄມ

  • ເປັນວິທີການຄຸມກໍາເນີດແບບໄລຍະຍາວ ເອົາອອກກໍ່ສາມາດຖືພາໄດ້ຄືເກົ່າ
  • ຮ່ວງອະນາໄມຈະຖືກເອົາໄປວາງໄວ້ໃນມົດລູກຂອງແມ່ຍິງ ໂດຍທ່ານໝໍຜູ້ທີ່ຜ່ານການຝຶກອົບຮົມ
  • ຄວນໃສ່ຫຼັງເກີດລູກ ແລະ ໄວໜຸ່ມກໍ່ສາມາດໃຊ້ໄດ້ຄືກັນ
  • ຜົນດີຂອງການໃສ່ຮ່ວງອະນາໄມ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 99%, ສາມາດກຸ້ມໄດ້ເຖິງ 5-10 ປີ (ຂຶ້ນກັບແຕ່ລະແບບ ແລະ ສາມາດເອົາອອກໄດ້ເມື່ອຕ້ອງການ) ແລະ ຮ່ວງອະນາໄມທອງແດງສາມາດປ້ອງກັນການຖືພາແບບສຸກເສີນໄດ້ ແຕ່ຕ້ອງໃສ່ຫຼັງຈາກມີເພດສໍາພັນບໍ່ກາຍ 72 ຊົ່ວໂມງ;

ອາການຂ້າງຄຽງ: ປວດແອວ, ມີປະຈໍາເດືອນຫຼາຍກວ່າປົກກະຕິ ຫຼື ໜ້ອຍລົງ, ມີລົງຂາວເລັກນ້ອຍປະມານ 2-3 ເດືອນ ອາການແຕ່ລະຄົນຈະແຕກຕ່າງກັນ.

      4) ຢາສັກຄຸມກໍາເນີດ

  • ເປັນວິທີການຄຸມກໍາເນີດແບບຊົ່ວຄາວ ສາມາດຖືພາໄດ້ເມື່ອຢຸດສັກ
  • ຄວນສັກຢາຄຸມໃນຊ່ວງຂອງການເປັນປະຈໍາເດືອນ.
  • ຜົນດີຂອງການສັກຢາຄຸມກໍາເນີດ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 99%, ສາມາດກຸ້ມໄດ້ເຖິງ 3 ເດືອນ ແລະ ແມ່ຍິງທີ່ກໍາລັງໃຫ້ນົມລູກກໍ່ສາມາດສັກຢາຄຸມກໍາເນີດໄດ້.
  • ອາການຂ້າງຄຽງ: ວິຫົວ, ປວດຮາກ, ປະຈໍາເດືອນມາບໍ່ປົກກະຕິ.

      5) ຢາຝັງຢາຄຸມກໍາເນີດ

  • ເປັນວິທີການຄຸມກໍາເນີດແບບໄລຍະຍາວ ເມື່ອເອົາອອກກໍ່ສາມາດຖືພາໄດ້
  • ຄວນໃສ່ໃນຊ່ວງຂອງການເປັນປະຈໍາເດືອນ.
  • ຜົນດີຂອງການຝັງຢາຄຸມກໍາເນີດ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 99%, ສາມາດກຸ້ມໄດ້ເຖິງ 3 ປີ.
  • ອາການຂ້າງຄຽງ: ວິຫົວ, ປວດຮາກ, ປະຈໍາເດືອນມາບໍ່ປົກກະຕິ ຫຼື ຂາດປະຈໍາເດືອນ.

      6) ວິທີການ ໃຊ້ຖົງຢາງອະນາໄມ

  • ເປັນວິທີການຄຸມກໍາເນີດແບບຊົ່ວຄາວເປັນວິທີດຽວທີ່ສາມາດປ້ອງກັນການຖືພາ ແລະ ພະຍາດຕິດຕໍ່ທາງເພດສໍາພັນລວມທັງ HIV/AIDS ໄດ້ພ້ອມ.
  • ຄວນໃສ່ທຸກໆຄັ້ງກ່ອນມີເພດສໍາພັນ (ໃສ່ຕອນອະໄວຍະວະເພດແຂງຕົວກ່ອນທີ່ຈະມີເພດສໍາພັນ).
  • ຜົນດີຂອງການໃຊ້ຖົງຢາງອະນາໄມ: ປະສິດທິພາບສາມາດປ້ອງກັນການຖືພາໄດ້ 98%, ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນ, HIV ແລະ ໄວຮັສອັກເສບຕັບບີ ຫຼາຍກວ່າ 90%

     7) ວິທີການເຮັດໜັນຍິງ ແລະ ໝັນຊາຍ

ເປັນວິທີການຄຸມກໍາເນີດແບບຖາວອນ ບໍ່ສາມາດຖືພາໄດ້ອີກ (ເໝາະສົມກັບຄອບຄົວທີ່ມີລູກພຽງພໍແລ້ວ)

009520
Total views : 227513
heart-pulse