021-252-887

ບໍລິຫານ

     ​1) ພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ: 

            ເປັນຜູ້ບໍລິຫານຄຸ້ມຄອງ ແລະ ເກັບຮັກສາອຸປະກອນຊັບສົມບັດຂອງສູນໄວໜຸ່ມ, ຂື້ນແຜນຈັດຊື້ອຸປະກອນຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ພ້ອມທັງອໍານວຍຄວາມສະດວກກອງປະຊຸມ ຫຼື ກິດຈະກຳຕ່າງໆ ຂອງສູນສຸຂະພາບ ພັດທະນາແມ່ຍິງ ແລະ ໄວໜຸ່ມ

 ​    2) ລາຍລະອຽດໜ້າວຽກ ແລະ ວິທີການຈັດຕັ້ງປະຕິບັດ:

            1. ຂາເຂົ້າ-ຂາອອກ, ຈຸດສົ່ງເອກະສານ, ເກັບມ້ຽນເອກະສານ
            2. ອຳນວຍຄວາມສະດວກກອງປະຊຸມ, ຝຶກອົບຮົບ ລວມທັງຈັດກິດຈະກໍາພາຍໃນ ແລະ ນອກສະຖານທີ່
            3. ຈັດຊື້-ຈັດຈ້າງເຊັ່ນ: ຊື້ອຸປະກອນເຄື່ອງໃຊ້ຕ່າງໆ ໂດຍອີງໃສ່ລະບຽບໃນການຈັດຊື້ຂອງກະຊວງການເງິນ
            4. ຮັບຜິດຊອບບັນຊີສາງ ແລະ ຕິດຕາມຊັບສິນ ລວມທັງອຸປະກອນເຄື່ອງໃຊ້ຫ້ອງການ
            5. ກວດແຊັກອຸປະກອນເຄື່ອງໃຊ້ຫ້ອງການ ແລະ ກວດແຊັກນັບຢາ (ກໍລະນີປະຈໍາຊ່ວຍວຽກຢູ່ ຄລີນິກໄວໜຸ່ມ)
            6. ຂຶ້ນແຜນກິດຈະກຳ ແລະ ບົດລາຍງານກ່ຽວກັບໜ່ວຍງານບໍລິຫານ
            7. ພິທີການ ແລະ ຮັບແຂກ(ກໍລະນີມີແຂກມາຢ້ຽມຢາມ ແລະ ກອງປະຊຸມຕ່າງໆ)

009517
Total views : 227500